Select your language

ໃນຕອນບ່າຍ ວັນທີ 24 ພຶດສະພາ 2024, ທ່ານ Rohit Babbar, ເລຂາເອກ ແລະ ຫົວໜ້າຫ້ອງການ, ສະຖານເອກອັກຄະລັດຖະທູດອິນເດຍ ປະຈໍາ ສປປ ລາວ ໄດ້ມາບັນຍາຍ ກ່ຽວກັບ ທຶນການສຶກສາຂອງລັດຖະບານອິນເດຍ ປະຈໍາສົກປີ 2024/25 ສໍາລັບນັກສຶກສາລາວທີ່ສົນໃຈໄປຮຽນທີ່ ປະເທດອິນເດຍ, ຊຶ່ງມີຕັ້ງແຕ່ລະດັບ ປະລິນຍາຕີ ຈົນເຖິງ ປະລິນຍາເອກ, ໂດຍປະກອບມີຫຼາກຫຼາຍສາຂາວິຊາ ເຊັ່ນ: ເສດຖະສາດ, ກົດໝາຍ, ພົວພັນຕ່າງປະເທດ, ພາສາສາດ ເປັນຕົ້ນ. ງານດັ່ງກ່າວໄດ້ຖືກຈັດຂຶ້ນທີ່ ຫ້ອງປະຊຸມ ສະໂມສອນຊັ້ນ II, ມະຫາວິທະຍາໄລແຫ່ງຊາດ; ໂດຍການເປັນປະທານຂອງ ທ່ານ ບຸນຊ່ວງ ປັນຍາທອງ, ຮອງຫົວໜ້າ ຫ້ອງການພົວພັນຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ແລະ ມີຕາງໜ້າ ພະນັກງານ-ຄູອາຈານ ແລະ ນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຮັບຟັງທັງໝົດ 90 ທ່ານ.

ພາບບັນຍາກາດ