Select your language

ງານການແຂ່ງຂັນ Huawei ICT Competition ແມ່ນງານການແຂ່ງຂັນ ຂອງນັກຮຽນ ຈາກສະຖາບັນຂັ້ນສູງ ແລະ ມະຫາວິທະຍາໄລ, ເປີດໃຫ້ນັກຮຽນ ໃນທົ່ວໂລກ ທີ່ສົນໃຈນໍາໃຊ້ ICT ແລະ ນະວັດຕະກໍາ ICT ເຂົ້າໃນ ການຮຽນການສຶກສາ ສ້າງນະວັດຕະກໍາ ເຕັກໂນໂລຊີ ແລະ ແພລັດຟອມ ຊຶ່ງເລີ່ມຕົ້ນມາ ຕັ້ງແຕ່ປີ 2015. ໃນປີ 2023-2024 ງານແຂ່ງຂັນນີ້ ໄດ້ຮັບຄວາມສົນໃຈ ຈາກນັກສຶກສາຫລາຍກວ່າ 170,000 ຄົນ ຈາກ 2,000 ສະຖາບັນການສຶກສາ ໃນ 80 ປະເທດທົ່ວໂລກ.
ການແຂ່ງຂັນ Huawei ICT Competition 2023-2024 Global Final ລະດັບໂລກ ໄດ້ຈັດຂຶ້ນລະຫວ່າງວັນທີ 23-26 ພຶດສະພາ 2024 ທີ່ເມືອງເຊີນເຈີນປະເທດ ສປ. ຈີນ ຈັດໂດຍ ບໍລິສັດຫົວເຫວີຍ.
ການແຂ່ງຂັນລະດັບພາກພື້ນອາຊີປາຊີຟິກທີ່ຜ່ານມາໃນວັນທີ 18-19 ເມສາ 2024 ທີ່ເມືອງຈາກາຕາປະເທດອິນໂນເນເຊຍທີ່ຜ່ານມາ ທີມ OTT ໂດຍມີ ທ້າວ ບຸນພອນ ໂກສະດາ, ທ້າວ ຕູ້ທໍ່ ຮັງເຊັງຊົວ ແລະ ທ້າວ ບຸນທະວີ ວົງພະຈັນ ນັກສຶກສາປີ 4 ຈາກພາກວິຊາວິສະວະກຳຄອມພິວເຕີ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະວິສະວະກຳສາດ ມະຫາວິທະຍາໄລແຫ່ງຊາດ ໂດຍມີອາຈານທີ່ປຶກສາແມ່ນທ່ານ ອຈ. ປອ. ຂັນທະນູ ຫລວງໄຊຊະນະ ເປັນຕົວແທນປະເທດລາວເຂົ້າຮ່ວມການແຈ່ງຂັນ ແລະ ຜົນການແຂ່ງຂັນແມ່ນໄດ້ຮັບລາງວັນທີ 3 ໃນໝວດ ນະວັດຕະກຳ (Innovation Track) ແລະ ໄດ້ເປັນຕົວແທນເຂົ້າຮ່ວມງານລະດັບໂລກ (Global Final) ເຊິ່ງໃນຄັ້ນນີ້ທີມ OTT ແມ່ນສົ່ງເຂົ້າແຂ່ງຂັນພາຍໃຕ້ຫົວຂໍ້ “Lao AgriTech Revolution: AI (Artificial Intelligence) and IOT (Internet of Things) for Smart Farming”.
ນ້ອງໆນັກສຶກສາ ແລະ ອາຈານທີ່ປຶກສາແມ່ນໄດ້ເຮັດສຸດຄວາມສາມາດ ແລະ ຍາດໄດ້ລາງວັນທີ 3 ໃນໝວດ ນະວັດຕະກຳ (Innovation Track) ອີກຄັ້ງຫນຶ່ງ.
ຂໍສະແດງຄວາມຍິນດີນຳອາຈານນຳພາ ແລະ ນ້ອງໆນັກສຶກສາຈາກຄະນະວິສະວະກຳສາດອີກຄັ້ງໜຶ່ງທີ່ໄດ້ສ້າງຜົນງານທາງວິຊາການອັນໂດດເດັ່ນໃນເວທີລະດັບໂລກໃຫ້ຊາວໂລກໄດ້ຮູ້ວ່ານັກສຶກສາລາວກໍ່ມີຄວາມສາດມາດບໍ່ນ້ອຍໜ້າປະເທດອື່ນ.