Select your language

ໃນຕອນບ່າຍວັນທີ 29 ພຶດສະພາ 2024 ຄະນະນຳ ມະຫາວິທະຍາໄລແຫ່ງຊາດ (ມຊ) ນຳໂດຍທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ຮັກສາການ ອະທິການບໍດີ ມຊ ພ້ອມດ້ວຍຄະນະໄດ້ຕ້ອນຮັບການຢ້ຽມຢາມ ຂອງທ່ານ ຫວິ່ງແທ່ງດາດ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ຫ້ອງປະຊຸມ ຕຶກສຳນັກງານອະທິການບໍດີ ມຊ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ.

          ໃນໂອກາດສໍາຄັນນີ້, ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ໄດ້ລາຍງານສະພາບລວມຂອງ ມຊ ໂດຍຫຍໍ້ ຕໍ່ຄະນະຜູ້ແທນຝ່າຍ ສສ. ຫວຽດນາມ; ເຊິ່ງທ່ານໄດ້ຍົກໃຫ້ເຫັນການພົວພັນ-ຮ່ວມມື ຂອງສອງປະເທດ ລາວ-ຫວຽດນາມ; ຫວຽດນາມ-ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການຮ່ວມມື ໃນຂົງເຂດຂອງການສຶກສາ ກໍຄື ການພົວພັນຮ່ວມມື ລະຫວ່າງ ມຊ ກັບ ບັນດາສະຖາບັນ ແລະ ມະຫາວິທະຍາໄລຕ່າງໆ ໃນ ສສ. ຫວຽດນາມ. ເຊິ່ງ ມຊ ໄດ້ມີການລົງນາມຮ່ວມມື ກັບ ມະຫາວິທະຍາໄລ, ສະຖາບັນການສຶກສາ ຂອງ ສສ ຫວຽດນາມ ທັງໝົດ 36 ສະບັບ ໂດຍເນັ້ນໃສ່ການຮ່ວມມືທາງດ້ານວິຊາການ, ການຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານ, ຄູ-ອາຈານ ແລະນັກສຶກສາ.  ພ້ອມນັ້ນ, ມຊ ຍັງໄດ້ຈັດຕັ້ງການຮຽນ-ການສອນ ພາສາຫວຽດນາມ ເຊິ່ງປັດຈຸບັນ ເປັນໜຶ່ງ ໃນສາຂາວິຊາ ທີ່ຂຶ້ນກັບຄະນະອັກສອນສາດ. ຂະນະດຽວກັນ ທ່ານຍັງໄດ້ກ່າວສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງສູງ ໄປຍັງ ລັດຖະບານ ສສ.ຫວຽດນາມ ເວົ້າລວມ ກໍຄື ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນຫຼາຍດ້ານແກ່ ສປປ ລາວ ກໍຄື ມຊ.

ພາບບັນຍາກາດ