Select your language

ໃນວັນທີ 31 ພຶດສະພາ 2024 ຜ່ານມາ, ຄະນະວິທະຍາສາດສັງຄົມ (ຄສຄ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີວາງສີລາເລິກການກໍ່ສ້າງອາຄານສູນຝຶກສະໜາມ ທີ່ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆ ວຽງຈັນ, ທ່ານ ຮສ ປອ ເດຊານຸລາດ ແສນດວງເດດ ຮັກສາການອະທິການບໍດີ ມຊ, ມີທ່ານເຈົ້າເມືອງໆ ວັງວຽງ, ຫ້ອງການວ່າການເມືອງ, ຄະນະບໍດີ ຄສຄ, ພະນັກງານ, ຄູຽອາຈານ, ນາຍບ້ານ ແລະນັກສຶກສາ ຄສຄ ເຂົ້າຮ່ວມ.

          ເມືອງວັງວຽງ ແຂວງວຽງ ຖືເປັນເມືອງທ່ອງທ່ຽວໃນອັບດັບຕົ້ນໆຂອງປະເທດ ທີ່ໄດ້ຕ້ອນຮັບແຂກທັງພາຍໃນ ແລະຕ່າງປະເທດ ໂຄງການກໍ່ສ້າງອາຄານຫ້ອງຝຶກປະຕິບັດພາກສະໜາມໃນຄັ້ງນີ້ແມ່ນຈະປະກອບມີ ຫ້ອງປະຊຸມງານສຳມະນາຕ່າງໆ ທີ່ສາມາດຮອງຮັບແຂກທັງພາຍໃນ ແລະຕ່າງປະເທດໄດ້, ທີ່ພັກ, ຫ້ອງຮັບແຂກຂະນາດ-ຂະໜາດກາງ ສະຖານທີ່ສຳລັບຈັດງານກາງແຈ້ງ ທີ່ບ້ານພູດິນແດງ ເມືອງວັງວຽງ ແຂວງວຽງຈັນ, ໂດຍເນັ້ນໃຫ້ນັກສຶກສາຈາກ ຄສຄ ໄດ້ລົງຝືກພາກປະຕິບັດຕົວຈິງ ນຳໃຊ້ຄວາມຮູ້ຕ່າງໆ ຫຼັງຈາກທີ່ຮຽນພາກທິດສະດີ ໂດຍມີການຈັດແບ່ງໜ້າທີ່, ຄວາມຮັບຜິດຊອບ ແລະວຽກຕ່າງໆ ຫຼັງຈາກນັ້ນກໍຈະໄດ້ມີການປະເມີນການເຮັດວຽກຂອງນັກສຶກສາຈາກອາຈານ ກ່ອນຈົບອອກໄປປະກອບວິຊາຊີບ.

          ໃນໂອກາດນີ້, ທ່ານ ຄຳພັນ ສິດທິດຳພາ ກໍໄດ້ມີຄຳເຫັນໃນທີ່ປະຊຸມເຊິ່ງທ່ານໄດ້ກ່າວວ່າ: ການກໍ່ສ້າງຊັບພະຍາກອນມະນຸດ ແມ່ນປັດໄຈສຳຄັນຂອງການພັດທະນາ ແລະຫົວໃຈຂອງການພັດທະນາກໍແມ່ນການສຶກສາ; ການສ້າງສູນຝຶກປະຕິບັດດັ່ງກ່າວ ປຽບສະເໜືອນການສ້າງຄັງສາງຄວາມຮູ້ໃຫ້ແກ່ ນັກສຶກສາຄຽງຄູ່ກັບການຮຽນຮູ້ພາກທິດສະດີ ສູ່ການປະຕິບັດຕົວຈິງ; ໂດຍສູນດັ່ງກ່າວແມ່ນຈະໄດ້ຮັບໃຊ້ວຽກງານ ກິດຈະກຳສຳຄັນຕ່າງໆຫຼາຍພາກສ່ວນ ບໍ່ສະເພາະແຕ່ ມຊ. ພ້ອມນັ້ນ, ພາຍຫຼັງທີ່ການກໍ່ສ້າງສູນດັ່ງກ່າວສຳເລັດ ແລະເປີດນຳໃຊ້ ຖືເປັນການກະຕຸ້ນເສດຖະກິດໃນເຂດດັ່ງກ່າວໃຫ້ມີການຂະຫຍາຍຕົວໃຫ້ມີການພັດທະນາໃຫ້ດີຂຶ້ນ.

ພາບບັນຍາກາດ