Select your language

ໃນລະຫວ່າງ ວັນທີ 30-31 ພຶດສະພາ 2024 ຜ່ານມາ, ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມອາຈານພາສາອັງກິດລະດັບສູງ ແລະຄວາມພ້ອມການຊອກວຽກ (English Language Teaching and Job Readiness Forum) ທີ່ໂຮງແຮມເມືອງແທ່ງ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ອຈ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ ແລະ ທ່ານຜຸ້ຕາງໜ້າຈາກ ເອກອັກຄະລັດຖະທູດ ສະຫະລັດອາເມລິກາປະຈຳ ສປປ ລາວ, ຮອງຄະນະບໍດີ, ແຂກຸືກເຊີນ, ພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

ການຈັດກອງປະຊຸມໃນຄັ້ງນິ້ແມ່ນເພື່ອແລກປ່ຽນ-ສົນທະນາ ກ່ຽວກັບລະບົບການຮຽນ-ການສອນພາສາອັງກິດຂັ້ນຜູ້ບໍລິຫານຄັ້ງທຳອິດ ເພື່ອໃຫ້ຜູ້ບໍລິຫານການຮຽນ-ການສອນ ພາສາອັງກິດໄດ້ແລກປ່ຽນຮ່ວມກັນ ໂດຍມີຜູ້ບໍລິຫານຈາກ3 ປະເທດພາກພື້ນຄື: ລາວ, ຫວຽດນາມ ແລະກຳປູເຈຍ ທີ່ມີລັກສະນະສັງຄົມທີ່ຄ້າຍຄືກັນ ໃຫ້ເຫັນໄດ້ເຖິງບັນຫາ ແລະສິ່ງທ້າທາຍ ໃນການຮຽນ-ສອນພາສາອັງກິດ ແລະການປະກອບອາຊີບພາຍຫຼັງຮຽນຈົບ, ເພື່ອສຶກສາຄືນຜົນຂອງການປະກອບອາຊີບຂອງນັກສຶກສາ ພາຍຫຼັງຮຽນຈົບ. ສຳລັບ ສປປ ລາວ ການຮຽນ-ການສອນພາສາອັງກິດແມ່ນຖືກບັນຈຸລົງໃນຫຼັກສູດແຕ່ລະດັບປະຖົມ, ມັດທະຍົມ ເປັນພາສາຕ່າງປະເທດເພີ່ມຕື່ມຈາກ ພາສາຝຣັ່ງ ສຳລັບສາຂາວິຊາຊີບ ມຊ ມີຫຼັກສູດສາຂາພາສາອັງກິດທີ່ຂຶ້ນກັບຄະນະອັກສອນສາດ ແລະສາຂາຄູພາສາອັງກິດ ທີ່ຂຶ້ນກັບຄະນະສຶກສາສາດ ເຊິ່ງໃນໄລຍະຜ່ານມາ ຄອສ ກໍໄດ້ຈັດກອງປະຊຸມຄູ-ອາຈານທີ່ສິດສອນພາສາອັງກິດ ທົ່ວປະເທດຂຶ້ນໃນແຕ່ລະປີ ແລະໃນປີ 2024 ແມ່ນເປັນຄັ້ງທີ 18 ເພື່ອເປີດໂອກາດໃຫ້ ຄູ-ອາຈານ ທີ່ສິດສອນພາສາອັງກິດໄດ້ມີໂອກາດມາຮ່ວມແລກປ່ຽນວິທີການຮຽນ-ອານສອນ ແລະຮັບຟັງການນຳສະເໜີ-ແນະນຳຈາກຊ່ຽວຊານຕ່າງປະເທດ.

ພາຍຫຼັງສຳເລັດກອງປະຊຸມຄາດວ່າຜູ້ທີ່ເຂົ້າຮ່ວມຖດຍສະເພາະແມ່ນຜູ້ບໍລິຫານຈະເຂົ້າເຖິງແນວທາງການແກ້ໄຂບັນຫາຕ່າງໆກ່ຽວກັບການຮຽນ-ການສອນພາສາອັງກິດ ໃນປັດຈຸບັນ ແລະປັບໃຊ້ໃຫ້ແທດເໝາະກັບສະພາບຄວາມເປັນຈິງ.

ພາບບັນຍາກາດ