Select your language

ເພື່ອເປັນການປະຕິບັດຕາມແຜນພັດທະນາ ມຊ. ກໍຄື ປະຕິບັດຕາມຄຳຂວັນ 5 ສ ເວົ້າລວມ; ເວົ້າສະເພາະແມ່ນປະຕິບັດຕາມ ສ. ສີຂຽວ ຂອງ ມຊ. ທັງເປັນການສ້າງຂະບວນການເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ ແລະເພື່ອເປັນການຂະຫຍາຍ ແລະຟື້ນຟູປ່າໄມ້ຢູ່ໃນ ມຊ.ໃຫ້ມີຄວາມຕຶບໜາ, ຮົ່ມເຢັນ ແລະສວຍງາມ ດັ່ງຄຳຂວັນທີ່ວ່າ: “ຮ່ວມແຮງຮ່ວມໃຈສ້າງວິທະຍາເຂດດົງໂດກໃຫ້ມີສີຂຽວ, ສະອາດງາມຕາ”. ໃນວັນທີ 01 ມິຖຸນາ 2024 ນີ້, ມຊ. ໄດ້ຈັດພິທີປູກຕົ້ນໄມ້ຢ່າງເປັນທາງການຂຶ້ນໃນພື້ນທີ່ ສວນພຶກສາສາດ ໃນວິທະຍາເຂດດົງໂດກ ມຊ. ໂດຍການເປັນປະທານ ກ່າວເປີດພິທີ ຂອງທ່ານ ຮສ.ປອ. ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ເຂົ້າຮ່ວມມີບັນດາທ່ານ ຮອງອະທິການບໍດີ, ມີຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະກີລາ, ມີບັນດາຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ, ຜູ້ອໍານວຍການສະຖາບັນ, ສູນ, ຫໍສະໝຸດກາງ, ໂຮງໝໍ, ໂຮງຮຽນ ແລະຕົວແທນພະນັກງານ, ຄູ-ອາຈານ ທົ່ວ ມຊ. ເຂົ້າຮ່ວມ.

      ໂອກາດນີ້, ທ່ານ ຮສ.ປອ. ສິນທະວອນ ດາລາວົງ ໄດ້ລາຍງານໃຫ້ຮູ້ວ່າ: ການເລືອກເອົາສະຖານທີ່ ສວນພຶກສາສາດເປັນພື້ນທີ່ປູກຕົ້ນໄມ້ ຂອງ ມຊ. ໃນປີນີ້, ແມ່ນເພື່ອເປັນການປັບປຸງພື້ນທີ່ດິນໃຫ້ມີຄວາມສະອາດ, ສວຍງາມ ແລະເປັນແຫຼ່ງສຶກສາຮຽນຮູ້ກ່ຽວກັບໄມ້ຊະນິດຕ່າງໆ; ເຊິ່ງພື້ນທີ່ດັ່ງກ່າວນີ້ ກໍເປັນພື້ນທີ່ ທີ່ມີຕົ້ນໄມ້ທໍາມະຊາດສ່ວນໜຶ່ງທີ່ ມຊ ອະນຸລັກໄວ້ເປັນເວລາດົນນານ. ສໍາລັບຕົ້ນໄມ້ທີ່ນໍາມາປູກໃນປີນີ້, ມີທັງຕົ້ນໄມ້ໃຫຍ່ ທີ່ຍ້າຍພື້ນທີ່ປູກ ແລະເບ້ຍໄມ້ນ້ອຍຊະນິດຕ່າງໆ ເຊັ່ນ ໄມ້ອຸດສາຫະກໍາ, ໄມ້ກິນໝາກ ແລະໄມ້ປະດັບ ລວມທັງໝົດເກືອບ 400 ຕົ້ນ. ທ່ານ ກ່າວຕື່ມວ່າ: ການປູກຕົ້ນໄມ້ແມ່ນມີຄວາມສຳຄັນເພາະເປັນກິດຈະກຳໜຶ່ງທີ່ ມຊ ປະຕິບັດກັນມາໃນແຕ່ລະປີ ກໍຄື ການສະເຫຼີມ-ສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະວັນເດັກນ້ອຍສາກົນ ແລະທັງເປັນການເພີ່ມພື້ນທີ່ສີຂຽວໃຫ້ວິທະຍາເຂດດົງໂດກ ກາຍເປັນພື້ນທີ່ ປົກຫຸ້ມໄປດ້ວຍຕົ້ນໄມ້ນາໆພັນ ແລະເປັນການຄືນປ່າໃຫ້ດົງເດີມທີ່ເຄີຍມີມາ.

       ການປູກຕົ້ນໄມ້ຢູ່ໃນ ມຊ. ໃນແຕ່ລະປີ ກໍຄື ການປູກໃນປີນີ້ ແມ່ນບໍ່ສະເພາະແຕ່ປູກຢູ່ໃນ ວິທະຍາເຂດດົງໂດກ ຍັງປູກຢູ່ຫຼາຍວິທະຍາເຂດ ຂອງ ມຊ ແລະບໍ່ແມ່ນປູກສະເພາະແຕ່ໃນວັນທີ 01 ເດືອນ ມິຖຸນາ ເທົ່ານັ້ນ; ຍັງສາມາດປູກໄດ້ທຸກໄລຍະທີ່ມີຄວາມເໝາະສົມ; ຍິ່ງປູກຫຼາຍເທົ່າໃດຍິ່ງເປັນການດີ. ຂະນະດຽວກັນ ທ່ານຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ທັງໃນ ມຊ ກໍຄື ທຸກພາກສ່ວນໃນສັງຄົມ ຈົ່ງປູກຕົ້ນໄມ້ ແລະປົກປັກຮັກສາປ່າໄມ້ເພື່ອໃຫ້ດົກໜາ ແລະຂຽວງາມຕະຫຼອດໄປ.

ພາບບັນຍາກາດ