Select your language

ໃນຕອນເຊົ້າວັນທີ 3 ມິຖຸນາ 2024 ນີ້, ສູນເຕັກໂນໂລຊີຂໍ້ມູນຂ່າວສານ ມະຫາວິທະຍາໄລແຫ່ງຊາດ (ມຊ)ໄດ້ຈັດພິທີເຝິກອົບຮົມ ໃນຫົວຂໍ້ “The Internet Routing with Multihoming Workshop” ເພີ່ມຄວາມຮູ້ໃຫ້ແກ່ຜູ້ຮັບຜິດຊອບດ້ານເຕັກນິກເຄື່ອຂ່າຍຄອມພິວເຕີ ຂຶ້ນທີ່ຫ້ອງເຝິກອົບຮົມ T-Building ຂອງສູນເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍການເປັນປະທານຂອງທ່ານ ສຈ.ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ ທັງເປັນຜູ້ຊີ້ນໍາວຽກງານວິຊາການ, ມີທ່ານ ຊາຈິດ ອິມເທຍ(Said IMTIAZ)ວິທະຍາກອນຈາກສູນຂໍ້ມູນເຄື່ອຂ່າຍອາຊີ-ປາຊີຟິກ(APNIC) ພ້ອມດ້ວຍນັກສໍາມະນາກອນທີ່ມາຈາກ ມຊ 13 ຄະນະ, ບໍລິສັດໂທລະຄົມມະນາຄົມ, ທະນາຄານທຸລະກິດ ແລະສູນອິນເຕີເນັດແຫ່ງຊາດ ຈໍານວນ 40 ທ່ານເຂົ້າຮ່ວມ.

                ໃນພິທີທ່ານ ສຈ.ປອ ພູເພັດ ກ້ຽວພິລາວົງ ກ່າວເປີດພິທີບາງຕອນວ່າ: ກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ, Asia@Connect ແລະ APNIC. ນອກນັ້ນຍັງໄດ້ຮັບການສະໜັບສະໜູນຈາກບັນດາທະນາຄານ ແລະບໍລິສັດໃຫ້ບໍລິການອິນເຕີເນັດ ໃນ ສປປ ລາວ. ຊຶ່ງການຝຶກອົບຮົມດັ່ງກ່າວ ແມ່ນເພື່ອແນໃສ່ສ້າງຄວາມອາດສາມາດໃຫ້ກັບພະນັກວິຊາການທາງດ້ານເຕັກນິກເຄືອຂ່າຍຄອມພິວເຕີທີ່ມີໜ້າທີ່ຮັບຜິດຊອບໃນ ການອອກແບບ, ສ້າງລະບົບເຄືອຂ່າຍພາຍໃນອົງກອນ ພ້ອມທັງສ້າງການເຊື່ອມຕໍ່ກັບອົງກອນອື່ນໆ ທັງພາຍໃນ ແລະຕ່າງປະເທດ. ໂດຍຮູບແບບການຝຶກອົບຮົມ ແມ່ນຈະມີການບັນຍາຍ ແລະຝຶກພາກປະຕິບັດຕົວຈິງ ພາຍໃຕ້ແນວຄວາມຄິດໃນການອອກແບບ Internet routing ແລະການຝຶກປະຕິບັດໃນຮູບແບບອຸດສາຫະກໍາຕົວຈິງ ໂດຍເນັ້ນໃສ່ multihoming BGP ສໍາລັບເຄືອຂ່າຍ Internet Exchange Point (IXP).

          ທ່ານປະທານກອງປະຊຸມກ່າວອີກວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ ພາຍຫຼັງສຳເລັດການຝຶກອົບຮົມໃນຄັ້ງນີ້ແລ້ວ ພວກເຮົາຈະສາມາດສ້າງລະບົບອິນເຕີເນັດ ທີ່ເຂັ້ມແຂງ ແລະຍືດຢຸ່ນ ສໍາລັບທຸກຄົນໄດ້. ສະນັ້ນ, ໃນນາມຜູ້ຊີ້ນໍາ ຈຶ່ງຫວັງວ່າ ຜູ້ເຂົ້າຮ່ວມຝຶກອົບຮົມທຸກທ່ານຈະຕັ້ງໜ້າ ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້ ເພື່ອຄວາມຮູ້ ປະສົບການ ແລະ ສາມາດໝູນໃຊ້ຕົວຈິງໄດ້ພາຍໃນອົງກອນຢ່າງປາກົດຜົນເປັນຈິງ. ການຝຶກອົບຮົມ ຫົວຂໍ້ “The Internet Routing with Multihoming Workshop” ໃນຄັ້ງນີ້ ຈະດໍາເນີນເປັນເວລາ 5 ວັນ(ວັນທີ 3-7 ມິຖຸນາ 2024) ຈຶ່ງຈະສຳເລັດ.

ພາບບັນຍາກາດ