Select your language

ໃນຕອນເຊົ້າ ວັນທີ 5 ມິຖຸນາ 2024 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະ ມະຫາວິທະຍາໄລ ຕົນດຶກຖັງ ສສ. ຫວຽດນາມ ໄດ້ລົງນາມຮ່ວມມືທາງດ້ານວິຊາການ ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມຊ; ຝ່າຍ ມຊ ລົງນາມໂດຍທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ແລະຝ່າຍມະຫາວິທະຍາໄລຕົນດຶກຖັງ ສສ. ຫວຽດນາມ  ລົງນາມໂດຍ ທ່ານ Tran Trang Dao ອະທິການບໍດີ, ເຂົ້າຮ່ວມມີທ່ານ ປອ. ວູແອງດຶກ ປະທານສະພາ ມະຫາວິທະຍາໄລຕົນດຶກຖັງ ສສ. ຫວຽດນາມ,  ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມ.

          ມະຫາວິທະຍາໄລ ຕົນດຶກຖັງ ສສ. ຫວຽດນາມ ເປັນສະຖາບັນຊັ້ນສູງຂອງລັດ, ສ້າງຕັ້ງໃນປີ 1997, ກຸ້ມຕົນເອງໃນການບໍລິຫານຈັດການພາຍໃຕ້ການຄຸ້ມຄອງຂອງ ສະຫະພັນແຮງງານນະຄອນໂຣຈີມິນ ສສ. ຫວຽດນາມ. ຈັດຢູ່ໃນອັບດັບທີ 193 ຈາກ 1.127 ມະຫາວິທະຍາໄລໃນອາຊີ ທີ່ນໍາໜ້າດ້ານການຄົ້ນຄວ້າວິໄຈ ແລະຮ່ວມມືກັບພາກອຸດສາຫະກໍາ(Time Higher Education Asia Ranking), ມີຫຼັກສູດການຮຽນ-ການສອນທັງໝົດ 40 ຫຼັກສູດໃນລະດັບປະລິນຍາຕີ, 6 ຫຼັກສູດລະດັບປະລິນຍາໂທ ແລະ ເອກ ໃນ 16 ຄະນະວິຊາເຊັ່ນ ເຕັກໂນໂລຊີຂໍ້ມູນຂ່າວສານ, ບໍລິຫານທຸລະກິດ, ວິສະວະກຳສາດ ແລະກົດໝາຍ. ມະຫາວິທະຍາໄລ ຕົນດຶກຖັງ ເນັ້ນໜັກ ການສ້າງບຸກຄະລາກອນຮັບໃຊ້ການພັດທະນາໃນນະຄອນໂຮຈີມິນ ແລະການຄົ້ນຄວ້ານໍາໃຊ້ applied research. ມະຫາວິທະຍາໄລດັ່ງກ່າວມີນັກສຶກສາທັງໝົດ ຈໍານວນ 25.000 ຄົນ ແລະມີພະນັກງານ, ຄູອາຈານ ຫຼາຍກວ່າ 800 ທ່ານ.

          ທັງສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ໃນ​ການ​ຮ່ວມ​ມື​້ດ້ານການແລກປ່ຽນນັກສຶກສາກັບຄະນະນິຕິສາດ ແລະລັດຖະສາດ ແລະການແລກປ່ຽນນັກສຶກສາ ແລະອາຈານໃນສາຂາວິຊາທີ່ກ່ຽວຂ້ອງກັບກົດໝາຍ.

ພາບບັນຍາກາດ