Select your language

ເພື່ອເປັນການສ້າງຂະບວນການປູກຈິດສຳນຶກການປົກປັກຮັກສາສິ່ງແວດລ້ອມ ເພື່ອໃຫ້ທຸກຄົນໃນສັງຄົມ ກໍ່ຄື ພະນັກງານ-ນັກສຶກສາ ໃນທົ່ວ ມະຫາວິທະຍາໄລແຫ່ງຊາດ ໄດ້ຮັບຮູ້ ເຖິງຄວາມໝາຍ ຄວາມສຳຄັນຂອງວັນດັ່ງກ່າວ. ເພື່ອຮ່ວມແຮງຮ່ວມໃຈກັນ ຖະນຸຖະໜອມໂລກຂອງພວກເຮົາ ດ້ວຍການຄຸ້ມຄອງ ແລະ ການນຳໃຊ້ຊັບພະຍາກອນທໍາມະຊາດ ໃຫ້ມີຄວາມຍືນຍົງ ແລະ ປົກປັກຮັກສາສິ່ງແວດລ້ອມ ບໍ່ໃຫ້ຖືກທຳລາຍ ເພື່ອຮັກສາລະບົບນິເວດ, ສຸຂະພາບທີ່ດີຂອງຄົນ ແລະ ສິ່ງທີມີຊີວິດອື່ນໆ ໃນວັນທີ 5 ມິຖຸນາ 2024 ຜ່ານມາ, ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີງສະຫຼອງວັນສິ່ງແວດລ້ອມໂລດພາຍໃຕ້ຫົວຂໍ້: Land restoration, desertification, and drought resilience ການຟຶ້ນຟູດິນ ທີ່ກາຍເປັນທະເລຊາຍ ແລະການຕ້ານໄພແຫ້ງແລ້ງ ທີ່ຄະນະ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ, ທ່ານ ນິນ ລີໂອນາດ ອຸປະທູດ ສະຫະພາບ ເອີຣົບ ປະຈຳລາວ ພ້ອມດ້ວຍທ່ານ ຄະນະບໍດີ ຄສວ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄສວ ກໍໄດ້ຂຶ້ນອ່ານສານ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນວັນສິ່ງແວດລ້ອມແຫ່ງຊາດ ທີ 5 ມິຖຸນາ ເຊິ່ງມີເນື້ອໃນບາງຕອນກ່າວວ່າ: ປັດຈຸບັນນີ້ ພື້ນທີ່ດິນຂອງໂລກຫຼາຍກວ່າ 40 ສ່ວນຮ້ອຍ ແມ່ນຖືກເສື່ອມໂຊມ, ໃນຂະນະດຽວກັນ ປະຊາກອນຈຳນວນ 3,2 ຕື້ຄົນ ໃນທົ່ວໂລກ ໄດ້ຮັບຜົນກະທົບຈາກການກາຍເປັນທະເລຊາຍ ແລະ ຄາດວ່າ ຫຼາຍກວ່າ 3 ສ່ວນ 4 ຂອງປະຊາກອນໂລກ ຈະໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງ ໃນປີ 2050. ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ, ໃນກອງປະຊຸມລັດພາຄີ ຄັ້ງທີ 15 ຂອງສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານການກາຍເປັນທະເລຊາຍ, ບັນດາປະເທດພາຄີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຕ້ອງແກ້ໄຂບັນຫາການເສື່ອມໂຊມຂອງດິນ ໃຫ້ໄດ້ 1 ພັນລ້ານ ເຮັກຕາ ພາຍໃນປີ 2030. ສໍາລັບ ສປປ ລາວ ພວກເຮົາ ກໍ່ຈໍາເປັນຕ້ອງໄດ້ມີການຟື້ນຟູດິນ ແລະ ລະບົບນິເວດໃຫ້ມີຄວາມສົມ ບູນ ແລະ ທົນທານ ເພື່ອສາມາດຮັບມືກັບບັນຫາການປ່ຽນແປງດິນຟ້າອາກາດ ແລະ ຊ່ວຍປົກປັກຮັກສາສິ່ງທີ່ມີຊີວິດເທິງໜ້າໂລກນີ້ ບໍ່ໃຫ້ສູນພັນໃນອະນາຄົດ.

ຜ່ານມາ, ລັດຖະບານ ກໍ່ໄດ້ຮ່ວມກັບປະຊາຄົມໂລກ ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍເລີ່ມຈາກການເຂົ້າເປັນພາຄີ ຂອງຫຼາຍສົນທິສັນຍາທີ່ກ່ຽວຂ້ອງ, ຈາກນັ້ນ ກໍ່ໄດ້ວາງນະໂຍບາຍ, ຍຸດທະສາດ ແລະ ນິຕິກຳອື່ນໆ ຫຼາຍສະບັບ ໂດຍສະເພາະ: ໄດ້ອອກຄໍາສັ່ງ ເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ປ່າໄມ້, ທີ່ດິນປ່າໄມ້, ຕ້ານ ແລະ ສະກັດກັ້ນ ການບຸກລຸກທໍາລາຍປ່າໄມ້, ທີ່ດິນປ່າໄມ້ ແລະ ໄຟໄໝ້ລາມປ່າ ແນໃສ່ເພື່ອສະກັດກັ້ນ ແລະ ແກ້ໄຂ ປະກົດການຫຍໍ້ທໍ້ ໃນການຈັບຈອງ, ຊື້-ຂາຍ ທີ່ດິນປ່າໄມ້, ການຖາງປ່າ, ການຈຸດປ່າ ທີ່ແຜ່ລາມເປັນບໍລິເວນກວ້າງ ແລະ ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ກ້າວໄປເຖິງການຢຸດຕິ ຢ່າງສິ້ນເຊີງ. ເຊິ່ງທັງໝົດນີ້ ກໍ່ເພື່ອເເນໃສ່ການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ທີ່ດິນ, ປ່າໄມ້ ແລະ ຊັບພະຍາກອນທໍາມະຊາດອື່ນໆ ໃຫ້ເກີດຜົນປະໂຫຍດສູງສຸດ ແກ່ປະເທດຊາດ, ຮັບປະກັນຄວາມສົມສ່ວນ ລະຫວ່າງ ການພັດທະນາເສດຖະກິດ ກັບການພັດທະນາສັງຄົມ ແລະ ການປົກປັກຮັກສາສິ່ງແວດລ້ອມ ໄປຕາມທິດສີຂຽວ ແລະ ຍືນຍົງ.

ນອກນັ້ນ, ພາຍໃນງານຍັງມີກິດຈະກຳເກັບຂີ້ເຫຍື້ອໃນເຂດທາງສະພັງເມິກ-ໜອງວຽງຄຳ-ດົງໂດກ ອ້ອມຂ້າງຄະນະ ແລະປູກຕົ້ນໄມ້ ພ້ອມທັງຮັບຟັງການບັນຍາຍໃນຫົວຂໍ້ທີ່ສຳຄັນຕ່າງໆກ່ຽວກັບສິ່ງແວດລ້ອມ ອີກດ້ວຍ.

ພາບບັນຍາກາດ