Select your language

ໃນຕອນບ່າຍວັນທີ 12 ມິຖຸນາ 2024, ຄະນະພັກຮາກຖານ ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດກອງປະຊຸມໃຫຍ່ ຄະນະພັກຄັ້ງທີ III ທີ່ຫ້ອງປະຊຸມສະຖາບັນດັ່ງກ່າວ, ໂດຍການເປັນປະທານຂອງ ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ຄະນະບໍລິຫານງານພັກ, ຮອງອະທິການບໍດີ ມຊ,  ສະຫາຍ ຄຳເຟືອງ ລໍວັນໄຊ ຄະນະບໍລິຫານງານພັກ ມຊ, ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ,  ສະຫາຍ ຄຳຮຸ່ງ ຈັນທະວົງ ເລຂາຄະນະພັກຮາກຖານ ສຂຈ, ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ສະມາຊິກພັກເຂົ້າຮ່ວມ.

ໃນທີ່ປະຊຸມ ສະຫາຍ ຄຳຮຸ່ງ ຈັນທະວົງ ໄດ້ຂຶ້ນຜ່ານບົດລາຍງານການເມືອງ ໂດຍສະຫາຍໄດ້ຍົກໃຫ້ເຫັນບາງຜົນງານພົ້ນເດັ່ນຂອງຄະນະບໍລິຫານງານພັັກ ສຂຈ ທີ່ສາມາດນຳພາສະຖາບັນ ເຮັດສຳເລັດໃນຫຼາຍໜ້າວຽກສຳຄັນເຊິ່ງສະແດງໃຫ້ເຫັນຈາກບັນດາຜົນສຳເລັດຕ່າງໆເຊັ່ນ: ການສ້າງຫຼັກສູດການຮຽນ-ການສອນ ລະດັບປະລິນຍາຕີ ຄູພາສາຈີນລະບົບ 2+2, ການເຄື່ອນໄຫວກິດຈະກຳແລກປ່ຽນດ້ານວັດທະນະທຳ, ກິດຈະກຳຕ່າງໆ ລວມເຖິງການຍາດແຍ່ງໄດ້ທຶນການຊ່ວຍເຫຼືອຕ່າງໆຈາກ ສປ ຈີນ ເປັນຕົ້ນ. ສຳລັບແຜນງານໃນອະນາຄົດ ສຂຈ ຈະສືບຕໍ່ສ້າງຄວາມເຂັ້ມແຂງທາງດ້ານພື້ນຖານໂຄງລ່າງ ແລະສືບຕໍ່ພັດທະນາຫຼັກສູດການຮຽນ-ການສອນ ເລັ່ງໃສ່ການພັດທະນາຫຼັກສູດໃນລະດັບປະລິນຍາໂທ ແລະໜ້າທີ່ຕ່າງໆໃຫ້ສຳເລັດຜົນ.

ຈາກນນັ້ນ ໃນທີ່ປະຊຸມໄດ້ມີການປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊຸດໃໝ່ໂດຍເລືອກເອົາ 3 ສະຫາຍຈາກຜູ້ສະໝັກ 6 ສະຫາຍ; ຜົນການປ່ອນບັດຄັດເລືອກ ແລະກອງປະຊຸມປະຖົມມະລຶກ ທີ່ປະຊຸມໄດ້ເລືອກເອົາ ສະຫາຍ ຄຳຮຸ່ງ ຈັນທະວົງ ເປັນເລຂາຄະນະພັກຮາກຖານ, ສະຫາຍ ນາງ ນິພາພອນ ກັນຍາວົງ ເປັນຮອງເລຂາ, ສະຫາຍ ນາງ ວຽງຄຳ ໄຊມະນີ ເປັນປະທານກວດກາ ແລະໄດ້ເລືອກເພີ່ມເອົາ ສະຫາຍ ນາງ ມະນີສຸກ ຈຽມສີສຸລາດ ເປັນຜູ້ຊ່ວຍປະທານກວດກາ.

ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຮສ. ປອ. ສິນທະວອນ ດາລາວົງ ເຊິ່ງກ່ອນອື່ນ ສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳໆພາ ຂອງຄະນະພັກ ຄະນະອໍານວຍການ ສຂຈ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ຂອງຕົນເອງດ້ວຍຕວາມຮັບຜິດຊອບ ແລະມີປະສິດທິຜົນ, ພ້ອມນັ້ນຍັງເຫັນວ່າ ສະມາຊິກພັກທຸກສະຫາຍແມ່ນມີແນວຄິດການເມືອງທີ່ໜັກແໜ້ນ ແລະສືບຕໍ່ຜັນຂະຫຍາຍການຮ່ວມມືກັບສາກົນໂດຍສະເພາະ ກັບ ສປ ຈີນ ໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ.

ພາບບັນຍາກາດ