Select your language

ໃນວັນທີ 13 ມິຖຸນາ 2024 ຜ່ານມາ, ທ່ານ ຮສ.ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ(ມຊ) ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະ ທ່ານ ທະນົງໄຊ ຄຸດໄພທູນ ກຳມະການພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ພ້ອມດ້ວຍຄະນະ ທີ່ຫ້ອງການຄຸ້ມຄອງເຂດເສດຖະກິດພິເສດນະຄອນຫລວງວຽງຈັນ (ທີ່ເຂດເສດຖະກິດບຶງທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ)

ຈຸດປະສົງແມ່ນປຶກສາຫາລື ຄວາມເປັນໄປໄດ້ໃນການຮ່ວມມື ພັດທະນາຮ່ວມກັນໃນຫຼາຍດ້ານເຊັ່ນ: ດ້ານເຕັກນິກ-ວິຊາການ ກ່ຽວກັບການຈັດການສິ່່ງແວດລ້ອມ ໃນເຂດເສດຖະກິດພິເສດ ຂອງນະຄອນຫລວງວຽງຈັນ (ການບຳບັດນ້ຳເສຍ, ມົນລະພິດທາງອາກາດ, ມົນລະພິດທາງສຽງ, ການຈັດການສິ່ງເສດເຫຼືອຈາກໂຮງງານ ແລະອື່ນໆ ທີ່ຕິດພັນກັບວຽກງານສິ່ງແວດລ້ອມ); ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສິ່ງແວດລ້ອມ ຂອງຄະນະຄຸ້ມຄອງເສດຖະກິດພິເສດ ນະຄອນຫຼວງວຽງຈັນ ໂດຍການຈັດຝຶກອົບຮົມໄລຍະສັ້ນ, ໄລຍະຍາວ ການສົ່ງພະນັກງານມາຍົກລະດັບ ແລະ ການສົ່ງຊ່ຽວຊານ ຄສວ ເພື່ອໃຫ້ຄຳເເນະນຳໃນການແກ້ໄຂບັນຫາສິ່ງແວດລ້ອມ; ທັງເປັນການສ້າງໂອກາດໃຫ້ ນັກສຶກສາ ຄະນະວິທະຍາສາດສິ່ງແວດລ້ອມ ໄດ້ມີວຽກເຮັດງານທໍາ, ມີລາຍຮັບໃນໄລຍະການຮຽນ, ສ້າງທັກສະ ແລະປະສົບການ ໃຫ້ແກ່ນັກສຶກສາ ໄດ້ມີວຽກເຮັດງານທຳພາຍຫຼັງຈົບ; ດ້ານການຮ່ວມໃນການດຶງດູດ ເອົາພະນັກງານ​ ພາຍໃນໂຮງງານ ທີ່ມີລະດັບການສຶກສາຈົບ ມ7 ຂຶ້ນໄປ ມາຍົກລະດັບດ້ານວິຊາສະເພາະ ຢູ່ ຄະນະວິທະຍາສາດສິ່ງແວດລ້ອມ.

ພ້ອມນັ້ນ ທັງສອງຟ່າຍ ເຫັນດີໃຫ້ມີການເຊັນ MOU, MOA ຮ່ວມກັນ ເພື່ອເປັນຈຸດລິເລີ່ມໃນການຮ່ວມມືໃຫ້ປະກົດຜົນເປັນຈິງແນໃສ່ເຮັດໃຫ້ການຮ່ວມມືມີບາດກ້າວໄປສູ່ການພັດທະນາປະເທດ ຕາມທິດຍືນຍົງ ແລະ ສີຂຽວ ທີ່ພັກລັດໄດ້ວາງໄວ້.

ພາບບັນຍາກາດ