Select your language

ໃນວັນທີ 21 ມິຖຸນາ 2024 ຄະນະວິທະຍາສາດທໍາມະຊາດ (ຄວທ) ມະຫາວິທະຍາໄລແຫ່ງຊາດ (ມຊ)  ໄດ້ມີພິທີເປີດນຳໃຊ້ສູນຄວາມເປັນເລີດທາງດ້ານຄະນິດສາດ ໂດຍການເປັນປະທານຂອງ ທ່ານ ອາຈານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ ແລະ ທ່ານ ຮສ ປອ ແຫຼມທອງ ລັດດາວົງ ຄະນະບໍດີ ຄວທ, ມີທ່ານຮອງຄະນະບໍດີ, ຫົວຫນ້າພາກວິຊາ ແລະ ຫົວຫນ້າພະແນກ, ຄູອາຈານ ແລະ ນັກສຶກສາ ພາກວິຊາຄະນິດສາດ ແລະ ສະຖິຕິ ເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ນາງ ຄໍາຜຸ ອິນທະວອນ ຫົວໜ້າພາກວິຊາຄະນິດສາດ ແລະ ສະຖິຕິ ໄດ້ນໍາສະເຫນີປະຫວັດຄວາມເປັນມາ ແລະຈຸດປະສົງການສ້າງຕັ້ງສູນ ຂອງສູນຄວາມເປັນເລີດທາງດ້ານຄະນິດສາດ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ຈຸດປະສົງຂອງການສ້າງຕັ້ງສູນແມ່ນເພື່ອສ້າງຄວາມເຂັ້ມແຂງ ແລະຄວາມເປັນເລີດດ້ານຄະນິດສາດໃນ ສປປ ລາວ; ເພື່ອສ້າງ ແລະພັດທະນາບຸກຄະລາກອນໃຫ້ມີຄວາມເປັນເລີດທາງດ້ານຄະນິດສາດ ທີ່ສາມາດຕອບສະໜອງຄວາມຕ້ອງການຕາມຄວາມຮຽກຮ້ອງຂອງສັງຄົມ ກ້າວຊຶ້ນສູ່ລະດັບພາກພື້ນ ແລະສາກົນ; ເພື່ອພັດທະນາສູນໃຫ້ກາງເປັນສູນກາງການຄົ້ໜຄວ້າດ້ານຄະນິດສາດ, ເປັນສູນບຳລຸງ, ການຝຶກທັກສະ ແລະການແລກປ່ຽນທາງດ້ານຄະນິດສາດ ພ້ອມທັງເປັນການຝຶກອົບຮົມ, ການສຳມະນາ, ການບຳລຸງ, ການຝຶກທັກສະດ້ານຄະນິດສາດໃຫ້ກັບນັກຮຽນ, ນັກສຶກສາ ແລະພາກສ່ວນຕ່າງໆ.

ພ້ອມດຽວກັນນັ້ນ ໃນພິທີຍັງ ທ່ານ ອາຈານ ບຸນຄົງ ແກ້ວມູນລັດ ຮອງຫົວຫນ້າພະແນກຈັດຕັ້ງ-ສັງລວມ ຄວທ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງອະນຸມັດເປີດສູນ ແລະຂໍ້ຕົກລົງຈັດຕັ້ງສູນຄວາມເປັນເລີດທາງດ້ານຄະນິດສາດໂດຍແຕ່ງຕັ້ງ: ທ່ານ ອຈ ປອ ຜຸຍ ສຸກສົມຫວັງ ຮອງຫົວຫນ້າພາກວິຊາຄະນິດສາດ ແລະສະຖິຕິ ເປັນຫົວໜ້າສູນ, ແຕ່ງຕັ້ງທ່ານ ອຈ ປທ ທອງສຸກ ໄຊບຸນເຮືອງ ຮອງຫົວຫນ້າພະແນກຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ ເປັນຮອງຫົວຫນ້າສູນ, ແຕ່ງຕັ້ງທ່ານ ຊອ ປອ ນາງ ບຸນສະຫນອງ ສູນວໍລະວົງ ຮອງຫົວຫນ້າຫນ່ວຍວິຊາວິເຄາະຄະນິດ ແລະ ສົມຜົນຈຸນລະຄະນິດ ເປັນຮອງຫົວຫນ້າສູນ, ແຕ່ງຕັ້ງ ທ່ານ ອຈ ປອ ບຸນມີ ຄໍາອິນຊູ ອາຈານສອນພາກວິຊາ ຄະນິດສາດ ແລະ ສະຖິຕິ ເປັນຫົວຫນ້າຫນ່ວຍງານວິຊາການ ແລະແຕ່ງຕັ້ງ ທ່ານ ຊອ ປທ ນາງ ປານທອງ ວົງບຸນສີ ຮອງຫົວຫນ້າຫນ່ວຍວິຊາ ພຶດຊະຄະນິດ ແລະຄອມບີນາຕໍຣິກ ເປັນຫົວຫນ້າຫນ່ວຍງານ ແຜນການ ແລະການຮ່ວມມື;

ໃນທ້າຍພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ອຈ ທອງສຸກ ແກ້ວມະນີ ຊຶ່ງບາງຕອນທ່ານໄດ້ກ່າວວ່າ: ມະຫາວິທະຍາໄລແຫ່ງຊາດ ເປັນສະຖາບັນການສຶກສາຊັ້ນສູງ ແຫ່ງປະຫວັດສາດທີ່ໄດ້ສ້າງຕັ້ງຂຶ້ນໃນປີ 1996 ເຮັດຫນ້າທີ່ໃນການ ກໍ່ສ້າງບຸກຄະລາກອນໃນຂະແຫນງການຕ່າງໆ; ໂດຍມີວິໄສທັດທີ່ວ່າ ມະຫາວິທະຍາໄລແຫ່ງຊາດ ເປັນມະຫາວິທະຍາໄລນໍາຫນ້າຂອງ ສປປ. ລາວ, ເປັນໃຈກາງທາງດ້ານການສຶກສາ, ວັດທະນາທໍາ ແລະ ການຄົ້ນຄວ້າວິທະຍາສາດທີ່ມີຄຸນນະພາບ ເພື່ອຕອບສະຫນອງຄວາມ ຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ-ສັງຄົມຂອງຊາດ, ການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ; ການສ້າງສູນຄວາມເປັນເລີດທາງດ້ານຄະນິດສາດ ແມ່ນມີບົດບາດສໍາຄັນໃນການຄັບເຄື່ອນ, ການພັດທະນາ ແລະ ຍົກສູງດ້ານ ຄະນິດສາດໃນລະດັບຕ່າງໆໃຫ້ແກ່ນັກຮຽນ, ນັກສຶກສາ ກໍ່ຄືນັກຄະນິດສາດໃນ ສປປ. ຈະສາມາດເປັນສູນກາງໃນການ ບໍລິການດ້ານວິຊາການໃຫ້ແກ່ສັງຄົມ ໃນການສໍາມະນາ, ຝຶກອົບຮົມ ແລະ ສ້າງຜູ້ຊ່ຽວຊານທາງດ້ານຄະນິດສາດໄດ້. ຈະສາມາດຍົກບົດບາດຂອງຄະນະ ໃຫ້ສັງຄົມ ແລະສາກົນຮັບຮູ້ຢ່າງກວ້າງຂວາງ; ພ້ອມທັງ ເປັນສ້າງຄວາມດຶງດູດການຮ່ວມມື, ການຊ່ວຍເຫຼືອຈາກພາຍນອກ ແລະ ສ້າງເຄືອຂ່າຍດ້ານຄະນິດສາດໃຫ້ມີຄວາມກວ້າງຂວາງ, ຫນັກ ແຫນ້ນ ແລະ ເຂັ້ມແຂງ ເພື່ອພັດທະນາພາກວິຊາ, ພັດທະນາຄະນະວິຊາ, ພັດທະນາມະຫາວິທະຍາໄລ ກໍ່ຄືການພັດທະນາວິທະຍາສາດ- ເຕັກໂນໂລຊີ ແລະ ການພັດທະນາເສດຖະກິດ-ສັງຄົມຂອງ ສປປ. ລາວ ໃຫ້ທຽບເທົ່າພາກພື້ນ ແລະ ສາກົນ ເທື່ອລະກ້າວ.

ພາບບັນຍາກາດຫກ