Select your language

ເພື່ອເປັນການປົກປັກຮັກສາສິ່ງແວດລ້ອມ ແລະຈັດການສິ່ງເສດເຫຼືອໃຫ້ຖືກວິທີ ໃນຕອນບ່າຍຂອງວັນທີ 21 ມິຖຸນາ 2024 ບໍລິສັດສະຫວັນ ອີເອັມຊີ ຈຳກັດ ໄດ້ມອບລະບົບຖານຂໍ້ມູນ EMAC Data Base,  ລະບົບຕິດຕາມການຂົນສົ່ງສິ່ງເສດເຫຼືອອຸດສາຫະກຳ ມູນຄ່າ 69,000 USD (ຫົກສິບເກົ້າພັນໂດລາສະຫະລັດ) ໃຫ້ແກ່ສູນວິຊາການດ້ານການຈັດການສິ່ງແວດລ້ອມ (EAMC) ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ(ມຊ) ໂດຍການມອບຂອງທ່ານ ເອກະສິດ ເມທາທິລະສະຫວັດ ຜູ້ອຳນວຍການບໍລິສັດສະຫວັນ ອີເອັມຊີ ຈຳກັດ ແລະຮັບໂດຍທ່ານ ຮສ. ປອ ໄກສອນ ເພັງໂສພາ ຄະນະບໍດີ ຄະນະວິທະຍາສາດສິ່ງແວດລ້ອມ ມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ລະບົບຖານຂໍ້ມູນດັ່ງກ່າວຈະຊ່ວຍໃນການຈຳແນກປະເພດຂີ້ເຫຍື້ອໄດ້ງ່າຍຂຶ້ນ, ເປັນຕົ້ນແມ່ນ ສິ່ງເສດເຫຼືອທີ່ສາມາດນໍາມາໝູນໃຊ້ຄືນໄດ້ ພ້ອມທັງຮູ້ໄດ້ແຫຼ່ງທີ່ມາຂອງຂີ້ເຫຍື້ອປະເພດຕ່າງໆນຳອີກ, ເພື່ອກຳຈັດຂີ້ເຫຍື້ອໃຫ້ຖືກຕ້ອງຕາມຂະບວນການ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງສູນວິຊາການດ້ານການຈັດການສິ່ງແວດລ້ອມ(EMAC) ເປັນອົງກອນຈັດຕັ້ງພາຍໃນ ຄສວ; ສ່ວນບໍລິສັດ ສະຫວັນ ອີເອັມຊີ ຈຳກັດ (SEMC) ເປັນວິສາຫະກິດທີ່ຈົດທະບຽນພາຍໃນ ສປປ ລາວ ທີ່ໄດ້ຮັບການສົ່ງເສີມການລົງທຶນພາຍໃຕ້ການຄຸ້ມຄອງຂອງເຂດເສດຖະກິດພິເສດ ແຂວງ ສະຫວັນນະເຂດ ແລະກະຊວງແຜນການ ແລະ ການລົງທຶນໂດຍເລີ່ມໃຫ້ບໍລິການຮັບບຳບັດ-ກຳຈັດສິ່ງເສດເຫຼືອອຸດສາຫະກຳ, ສານເຄມີ ແລະສິ່ງເສດເຫຼືອປະເພດເປັນພິດ ແລະ ອັນຕະລາຍຕັ້ງແຕ່ປີ 2018  ເປັນຄູ່ຮ່ວມງານກັບສູນ EMAC ເຊິ່ງໄດ້ສ້າງເວັບໄຊທາງດ້ານວິຊາການ www.eamc.la ໃຫ້ພະນັກງານ, ຄູ-ອາຈານ ແລະນັກສຶກສາສາມາດນຳໃຊ້ ແລະຮຽນຮູ້ໄດ້ເອງ.

ປັດຈຸບັນ ການຂະຫຍາຍໂຕຂອງພາກອຸດສາຫະກໍາ ແລະ ໂຄງການພັດທະນາໃໝ່ມີຫຼາຍຂຶ້ນເຮັດໃຫ້ພາຍໃນປະເທດເລີ່ມພົບບັນຫາດ້ານການຈັດການສິ່ງເສດເຫຼືອ ແລະ ຕ້ອງການຄວາມຮ່ວມມືດ້ານວິຊາການກັບອົງກອນພາກສ່ວນຕ່າງໆ ໃນການຄຸ້ມຄອງຢ່າງມີປະສິດທິພາບ ແລະການນຳໃຊ້ເທັກໂນໂລຊີດ້ານການຈັດການສິ່ງເສດເຫຼືອໂດຍມີຈຸດມຸ່ງໝາຍໃຫ້ເກີດການນຳໃຊ້ສິ່ງເສດເຫຼືອໃຫ້ກັບຄືນມາເປັນຊັບພະຍາກອນໜູນວຽນເຊັ່ນ: ການແປຮູບນຳໃຊ້ຄືນໃໝ່, ການນຳມາໃຊ້ເປັນເຊື້ອໄຟ ຫຼື ຜະລິດພະລັງງານທົດແທນຈາກຂີ້ເຫຍື້ອ ແລະ ສິ່ງເສດເຫຼືອອຸດສາຫະກໍາ ໃຫ້ໄດ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ.

ພາບບັນຍາກາດ