Select your language

ໃນຕອນເຊົ້າວັນທີ 25 ມິຖຸນາ 2024 ຜ່ານມານີ້, ຫ້ອງການຈັດຕັ້ງ ແລະພະນັກງານ ມະຫາວິທະຍາໄລແຫ່ງຊາດ(ມຊ) ໄດ້ຈັດພິທີປະກາດການແຕ່ງຕັ້ງເລຂາ-ຮອງເລຂາຄະນະບໍລິຫານງານພັກ ມຊ ແລະມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023. ຂຶ້ນທີ່ຫ້ອງປະຊຸມສະໂມສອນຊັ້ນ II ໂດຍການເປັນປະທານຂອງສະຫາຍ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ), ເຂົ້າຮ່ວມມີບັນດາຄະນະພັກ ມຊ, ເລຂາພັກຮາກຖານ, ເລຂາໜ່ວຍພັກຮາກຖານ, ເລຂາໜ່ວຍພັກທີ່ຂຶ້ນກັບຮາກຖານ ແລະ ທ່ານຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ມຊ ເຂົ້າຮ່ວມ.

          ໃນພິທີສະຫາຍ ຕຸດາວັນ ໜໍ່ເມືອງເສດ ຮອງຫົວໜ້າກົມຈັດຕັ້ງ ແລະພະນັກງານ ກະຊວງສຶກສາທິການ ແລະ ກີລາ (ສສກ) ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ເລຂາ ແລະຮອງເລຂາຄະນະບໍລິຫານງານພັກ ມຊ. ສະບັບເລກທີ 186/ຄພສກ. ລົງວັນທີ 13 ມິຖຸນາ 2024 ເຫັນດີແຕ່ງຕັ້ງ ສະຫາຍ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ ເປັນເລຂາຄະນະບໍລິຫານງານພັກ ມຊ, ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ເປັນຮອງເລຂາຄະນະບໍລິຫານງານພັກ ມຊ, ພາຍຫຼັງຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ, ເປັນກຽດມອບມະຕິຕົກລົງແຕ່ງຕັ້ງໂດຍສະຫາຍ ຮສ. ປອ. ພຸດ ສິມມາລາວົງ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ສສກ.

            ໃນວາລະດຽວກັນໄດ້ມີພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຊຶ່ງມີທັງໝົດ 67 ໜ່ວຍພັກທີ່ໄດ້ຮັບໃບຢັ້ງຢືນໜ່ວຍປອດໃສ, ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ໃຫ້ກຽດມອບໂດຍສະຫາຍ ຮສ.ປອ ພຸດ ສິມມາລາວົງ. ໂອກາດນີ້, ສະຫາຍ ຮສ.ປອ. ພຸດ ສິມມາລາວົງ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ທີ່ປະຊຸມ ໂດຍໄດ້ເນັ້ນໜັກໃຫ້ເລຂາ, ຮອງເລຂາຄະນະບໍລິຫານງານພັກ, ບັນດາໜ່ວຍພັກຕ່າງໆ ເອົາໃຈໃສ່ຊີ້ນໍາໆພາ ມຊ ຜັນຂະຫຍາຍແນວທາງຂອງພັກ, ແນວທາງໃນການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ນໍາພາການເມືອງ

-ແນວຄິດ ໃຫ້ສະມາຊິກພັກມີຄວາມອຸ່ນອຽນທຸ່ນທ່ຽງ, ນໍາພາເຮັດວຽກງານພັກ-ພະນັກງານ ການບໍລິຫານອົງຄະນະພັກ, ນໍາພາວຽກງານວິຊາສະເພາະ, ນໍາພາວຽກງານອົງການຈັດຕັ້ງມະຫາຊົນ, ນໍາພາຮັກສາຄວາມສະຫງົບ ຢາກໃຫ້ການນໍາພາດີ ພວກເຮົາຕ້ອງເປັນແບບຢ່າງໃນທຸກໆດ້ານ, ສິ່ງສຳຄັນຢາກໃຫ້ພັກເຂັ້ມແຂງ ແຕ່ລະໜ່ວຍພັກຕ້ອງເຂັ້ມແຂງກ່ອນ ບັນຫາຕັດສິນແມ່ນສະມາຊິກພັກຕ້ອງມີຄຸນນະພາບກ່ອນ ຈຶ່ງເຮັດໃຫ້ການຕີລາຄາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ

ແໜ້ນໄດ້ຄຸນນະພາບ.

ພາບບັນຍາກາດ