Select your language

ໃນວັນທີ 21 ມິຖຸນາ 2024 ຜ່ານມານີ້, ສູນຄົ້ນຄວ້າກະສິກຳສາກົນປະເທດອົດສະຕາລີ ແລະຂອບການຮ່ວມມືແມ່ນໍ້າຂອງ-ອົດສະຕາລີ ຊຶ່ງໂຄງການໄດ້ຮັບການຈັດຕັ້ງປະຕິບັດໂດຍມະຫາວິທະຍາໄລແຫ່ງຊາດ (ມຊ), ກົມຊົນລະປະທານ ແລະກົມລ້ຽງສັດ ແລະການປະມົງ ໄດ້ຮ່ວມກັນຈັດພິທີເປີດນໍາໃຊ້ໂຄງການທາງຜ່ານປານໍ້າມອນ ບ້ານນາໍ້ມອນ ແລະນໍ້າກວ້າງ2 ບ້ານນາຄູນ ເມືອງວັງວຽງ ແຂວງວຽງຈັນ ຂຶ້ນທີ່ບ້ານດັ່ງກ່າວ ໂດຍການເຂົ້າຮ່ວມຂອງທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ທ່ານ ນາງ Megan Jones ເອກອັກຄະລັດຖະທູດອົດສະຕາລີ ປະຈໍາ ສປປ ລາວ, ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ ອະດີດອະທິການບໍດີ ມຊ ພ້ອມດ້ວຍຜູ້ປະສານງານໂຄງການ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ໃນພິທີທ່ານ ຄໍາຮູ້ ພັນທະວົງ ຫົວໜ້າພະແນກຄຸ້ມຄອງເຕັກນິກຊົນລະປະທານ ກະຊວງກະສິກຳ ແລະປ່າໄມ້ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍສ້າງທາງຜ່ານປານໍ້າມອນ ແລະນໍ້າກວາງ 2 ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານວິຊາການ ແລະການເງິນ ຈາກລັດຖະບານອົດສະຕາລີ ເລີ່ມການກໍ່ສ້າງແຕ່ເດືອນພະຈິກ 2023 ແລະສໍາເລັດເດືອນ ພຶດສະພາ 2024 ມູນຄ່າການກໍ່ສ້າງ 350.248 ໂດລາສະຫະລັດ(ທັງ 2ໂຄງການ) ໂດຍແມ່ນບໍລິສັດ ທະວີສຸກຄູນຊັບ ກໍ່ສ້າງ-ສ້ອມແປງຊົນລະປະທານ ຄົບວົງຈອນຈໍາກັດ ເປັນຜູ້ຮັບເໝົາ ແລະມີບໍລິສັດ ແດນສະຫວັນ ຈະເລີນຊັບ ວິສະວະກຳ ທີ່ປຶກສາຈໍາກັດ ເປັນຜູ້ຄຸມງານການກໍ່ສ້າງ ການກໍ່ສ້າງໂຄງການ 2 ເພື່ອເປັນບ່ອນສາທິດທົດລອງ ແລະຮຽນຮູ້ກ່ຽວກັບເຕັກນິກວິຊາການທີ່ເໝາະສົມໃນການກໍ່ສ້າງທາງຜ່ານປາ ຕິດພັນກັບວຽກງານຊົນລະປະທານທັງເປັນການຍົກລະດັບຄວາມຮູ້ຄວາມສາມາດ ປະສົບການຂອງພະນັກງານວິຊາການລາວ ກ່ຽວກັບວຽກການກໍ່ສ້າງທາງຜ່ານປາ ຕິດພັນກັບວຽກງານຊົນລະປະທານ ຢູ່ ສປປ ລາວ ເຊິ່ງການລວມເອົາວຽກງານການກໍ່ສ້າງດັ່ງກ່າວ  ເຂົ້າໃນລະບົບຊົນລະປະທານ ບໍ່ພຽງແຕ່ຈະສົ່ງເສີມການຂະຫຍາຍແຜ່ຜັນຂອງປາດ້ວຍການອໍານວຍຄວາມສະດວກໃຫ້ການເຄື່ອນຍ້າຍປາ ຈາກລຸ່ມຝາຍ ຂຶ້ນສູ່ໜ້າຝາຍຊົນລະປະທານເທົ່ານັ້ນ ແຕ່ຍັງຈະຊ່ວຍປັບປຸງ ແລະເພີ່ມຄວາມອຸດົມສົມບູນດ້ານຊີວະນາໆພັນ ຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະອື່ນໆ ຂອງປະຊາຊົນທີ່ດຳລົງຊີວິດຢູ່ເຂດນີ້ຕື່ມອີກ.

ພາບບັນຍາກາດ