Select your language

ງານແຂ່ງຂັນຮ້ອງເພງຈີນປະຈຳປີ 2024 ຈັດໂດຍຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ)  ພາກວິຊາພາສາຈີນ ໄດ້ຈັດຂຶ້ນພາຍໃຕ້ຫົວຂໍ້ " ສຽງເພງສື່ເຖິງການຮຽນຮູ້- ວັດທະນະທຳຈີນ " ໃນວັນທີ 26 ມິຖຸນາ 2024 ທີສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງທ່ານ ອຈ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ, ມີທ່ານຄະນະບໍດີ ຄອສ, ຜູ້ຕາງໜ້າທູດສຶກສາ ແລະວັດທະນະທຳຈີນ, ສະຖານເອກອັກຄະລັດຖະທູດ ສປ ຈີນປະຈຳ ສປປ ລາວ ແລະ ຫົວໜ້າສູນວັດທະນະທຳຈີນປະຈຳ ສປປລ ລາວ ພ້ອມດ້ວຍບັນດາແຂກທີ່ຖືກເຊີນ, ຄະນະກຳມະການຕັດສິນການແຂ່ງຂັນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ຈຸດປະສົງຂອງງານຄັ້ງນີ້ແມ່ນຈັດຂຶ້ນເພື່ອແລກປ່ຽນວັດທະນະມີທຳ, ຮຽນຮູ້ພາສາຈີນ ແລະວິຖີຊີວິດຂອງປະຊາຊົນສອງຊາດລາວ-ຈີນ, ຈີນ-ລາວ ໂດຍຜ່ານບົດເພງຈີນ ແລະສຽງດົນຕີ ເຊິ່ງມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 10 ຄົນ, ຈາກຜູ້ທີ່ຮ່ວມເຂົ້າຄັດເລືອກຮອບສຸດທ້າຍທັງໝົດ 19 ຄົນ.

ຜ່ານການແຂ່ງຂັນຜົນປະກົດວ່າ ລາງວັນຊະນະເລີດໄດ້ແກ່ນາງ ໄມມົນ ກື ເປັນນັກສຶກສາປີທີ 4 , ລາງວັນທີ 2 ມີ 2 ຄົນໄດ້ແກ່ທ້າວ ພອນນີ ເປັນນັກສຶກສາປີທີ 3  ແລະ ນາງ ອີຢາ ວ່າງ ເປັນນັກສຶກສາປີທີ 2, ລາງວັນທີ 3 ມີ 3 ຄົນໄດ້ແກ່ ທ້າວ ບິກ ເຮີ ນັກສຶກສາປີທີ 4, ທ້າວ ເຢີເລົ່າ ນັກສຶກສາປີທີ 4 ແລະ ທ້າວ ນາມມະຍົດ ນັກສຶກສາປີທີ 3 ພາກວິຊາພາສາຈີນ, ພ້ອມນັ້ນພາຍໃນງານຍັງໄດ້ມີການເປີດບູດຮັບສະໝັກງານຈາກບໍລິສັດຈີນທີ່ມາລົງທືນໃນປະເທດລາວ ຈຳນວນ 5 ບໍລິສັດເພື່ອເປິດໂອກາດໃຫ້ນັກສຶກສາທີ່ເຂົ້າຮ່ວມໄດ້ຮູ້ຈັກກັບບໍລິສັດ ແລະສະໝັກງານໃນຕຳແໜ່ງຕ່າງໆ ອີກດ້ວຍ.

ພາບບັນຍາກາດ