Select your language

ເພື່ອເປັນການຂະຫຍາຍການຮ່ວມມືກັບສາກົນກ່ຽວກັບວຽກງານດ້ານປະຫວັດສາດ ແລະບູຮານວິທະຍາລະຫວ່າງສອງມະຫາວິທະຍາໄລ ຄື ມະຫາວິທະຍາໄລແຫ່ງຊາດ(ມຊ) ຄະນະວິທະຍາສາດສັງຄົມ (ຄສຄ) ແລະມະຫາວິທະຍາໄລ ວາເຊດະ ສະຖາບັນວັດທະນະທຳ ເຮລິຕາເກະ ປະເທດຍີ່ປຸ່ນ ເຊິ່ງທັງຝ່າຍໄດ້ຮ່ວມລົງນາມບົດບັນທຶກການຮ່ວມມືທາງດ້ານວິຊາການ ໃນວັນທີ 27 ມິຖຸນາ 2024 ທີ່ ຄສຄ, ຝ່າຍ ຄສຄ. ມຊ ລົງນາມ ໂດຍທ່ານ ຮສ. ສະເຫຼີມສັກ ພາບຸດດີ ວ່າການຄະນະບໍດີ ຄສຄ ແລະ ຝ່າຍ ມະຫາວິທະຍາໄລ ວາເຊດະ ສະຖາບັນວັດທະນະທຳ ເຮລິຕາເກະ ປະເທດຍີ່ປຸ່ນ ລົງນາມ ໂດຍທ່ານ ສຈ. ດຣ ຍູກິຊູກຸ ຕາບະຕະ (Prof. Dr. Yukitsugu TABATA) ຜູ້ອຳນວຍການ ສະຖາບັນວັດທະນະທຳ ເຮລິຕາເກະ ມີບັນດາຮອງຄະນະບໍດີ, ຫົວໜ້າພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມເປັນສັກຂີພິຍານ.

          ການລົງນາມຮ່ວມມື ຂອງທັງສອງຝ່າຍແມ່ນຈະລົງເລິກດ້ານວິຊາການໂດຍສະເພາະ ດ້ານປະຫວັດສາດ, ບູຮານວິທະຍາ ການປົກປັກຮັກສາວັດຖຸບູຮານ, ເຊິ່ງກິດຈະກຳທີ່ຈະໄດ້ປະຕິບັດຮ່ວມກັນ ປະກອບມີ ການແລກປ່ຽນ ພະນັກງານ, ຄູ-ອາຈານ, ການແລກປ່ຽນຂໍ້ມູນການຮຽນ-ການສອນ, ດຳເນີນໂຄງການຮ່ວມມື ແລະການຄົ້ນຄວ້າວິທະຍາສາດ, ການຈັດສຳມະນາ ແລະເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ເປັນຕົ້ນ. ພ້ອມນັ້ນ ມະຫາວິທະຍາໄລ ວາເຊດະ ສະຖາບັນວັດທະນະທຳ ເຮລິຕາເກະ ປະເທດຍີ່ປຸ່ນ ຍັງໄດ້ມອບອຸປະກອບພາກສະໜາມ ລວມມູນຄ່າທັງໝົດ 97,000,000 ກີບ(ເກົ້າສິບເຈັດລ້ານກີບ)   ໃຫ້ແກ່ ຄສຄ ເພື່ອນຳໃຊ້ເຂົ້າໃນການຮຽນ-ການສອນຕົວຈິງຕື່ມອີກ.

ພາບບັນຍາກາດ