Select your language

ໃນວັນທີ 29 ມິຖຸນາ 2024 ຜ່ານມາ, ຄະນະວິທະຍາສາດສິ່ງແວດລ້ອມ (ຄສວ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ລົງນາມການຮ່ວມມືດ້ານວິຊາການຮ່ວມ ກັບ   ບໍລິສັດຮິຕາຊິ ໂຊເຊັນ ທີ່ຄະນະດັ່ງກ່າວ;  ຝ່າຍ ຄສວ. ມຊ ລົງນາມໂດຍທ່ານ ຮສ. ປອ. ໄກສອນ ເພັງໂສພາ ຄະນະບໍດີ ຄສວ ແລະ ຝ່າຍ ບໍລິສັດຮິຊາຊິ ໂຊເຊັນ ລົງນາມໂດຍທ່ານ ມີເນມູຣາ ຕາເກຊິ ຜູ້ຈັດການທົ່່ວໄປ ທາງທຸລະກິດສິ່ງແວດລ້ອມ  ບໍລິສັດຮິຕາຊິ ໂຊເຊັນ ໂດຍມີທ່ານ ຮອງຄະນະບໍດີ, ຫົວໜ້າພາກວິຊາ-ຮອງຫົວໜ້າພາກວິຊາ, ຫົວໜ້າ-ຮອງຫົວໜ້າພະແນກ, ແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.

          ຈຸດປະສົງການລົງນາມຮ່ວມມືຂອງທັງສອງຝ່າຍ ແມ່ນເພື່ອແລກປ່ຽນຄວາມຮູ້ທາງດ້ານວິຊາການ ແລະ ປະສົບການທີ່ກ່ຽວຂ້ອງກັບການຄຸ້ມຄອງສິ່ງເສດເຫຼືອ; ຮ່ວມກັນຈັດງານ, ເຝິກອົບຮົມ, ງານວາງສະແດງ, ແລະ ໂອກາດທາງການສຶກສາອື່ນໆ ທີ່ກ່ຽວພັນກັບການຄຸ້ມຄອງສິ່ງເສດເຫຼືອ; ຮ່ວມມືໃນການເພີ່ມຄວາມຮັບຮູ້ຂອງປະຊາຊົນກ່ຽວກັບສິ່ງເສດເຫຼືອ ແລະ ຜົນປະໂຫຍດຂອງການແຍກສິ່ງເສດເຫຼືອ ແລະ ການຄຸ້ມຄອງສິ່ງເສດເຫຼືອ ແລະກິດຈະກໍາອື່ນໆທີ່ມີຜົນປະໂຫຍດຮ່ວມກັນຂອງທັງສອງຝ່າຍ.

ພາບບັນຍາກາດ