ກອງປະຊຸມວິທະຍາສາດລະດັບສາກົນ ຄັ້ງທີ 2 ປີ 2024 ໄດ້ຈັດຂຶ້ນໃນວັນທີ 6 ພະຈິກ ນີ້, ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເປັນປະທານຂອງ ທ່ານ ປອ. ສຸຣິອຸດົງ ສູນດາລາ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ມີທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີ ມຊ, ມີບັນດານັກຄົ້ນຄວ້າ ຈາກມະຫາວິທະຍາໄລແຫ່ງຊາດລາວ-ໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້, ນັກຄົ້ນຄວ້າ ແລະ ນັກວິໄຈຂອງ ມຊ ໄດ້ນໍາສະເໜີຜົນງານ 10 ບົດ, ຈາກປະເທດໄທ 50 ບົດ ລວມບົດນໍາສະເໜີ 60 ບົດ. ໃນນີ້, ມີຜູ້ບັນຍາຍ 3 ທ່ານຈາກປະເທດໄທ ຄື: ມະຫາວິທະຍາໄລມະຫິດົນ, ມະຫາວິທະຍາໄລມະຫາຈຸລາລົງກອນ, ສະຖາບັນ Science Technology and Innovation Policy Institute (STIPI) ແລະ ຈາກມະຫາວິທະຍາໄລແຫ່ງຊາດດລາວ 1 ທ່ານ. ກອງປະຊຸມຈັດຂຶ້ນເພື່ອເຜີຍແຜ່ຜົນງານທາງວິຊາການ, ຜົນການຄົ້ນຄວ້າວິທະຍາສາດ ແລະ ເປີດໂອກາດໃຫ້ແກ່ນັກສຶກສາທັງລະດັບປະລິນຍາໂທ ແລະ ປະລິນຍາເອກ ໄດ້ນໍາສະເໜີຜົນການຄົ້ນຄວ້າຂອງຕົນ ເປີດເວທີການແລກປ່ຽນທາງວິຊາການລະຫວ່າງປະເທດ, ພາກພື້ນ ແລະ ສາກົນ,ກອງປະຊຸມຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທີ 2, ຄັ້ງທີ 1 ໄດ້ຈັດແບບອອນລາຍໃນປີ 2023 ແລະການຈັດກອງປະຊຸມດັ່ງກ່າວປີນີ້ ເຫັນວ່າມີບັນຍາກາດຫຼາຍ ເນື່ອງຈາກມີຫຼາຍມະຫາວິທະຍາໄລຈາກປະເທດເພື່ອນບ້ານ ກໍຄື ຣາຊະອານາຈັກໄທເຂົ້າຮ່ວມ, ເຊິ່ງກອງປະຊຸມຄັ້ງນີ້ແມ່ນເຕັມໄປດ້ວຍຄວາມໝາຍ-ຄວາມສໍາຄັນທາງວິທະຍາສາດ ທີ່ເປີດໂອກາດໃຫ້ຫຼາຍພາກສ່ວນທັງພາຍໃນ ແລະ ຕ່າງປະເທດໄດ້ມີການເຜີຍແຜ່ຜົນງານຂອງຕົນເອງໃຫ້ສັງຄົມໄດ້ຮັບຮູ້ ແລະ ນໍາໄປໃຊ້ໃຫ້ເກີດປະໂຫຍດສູງສຸດ.
ໂອກາດນີ້, ທ່ານ ສຸຣິອຸດົງ ສູນດາລາ ໄດ້ໃຫ້ກຽດໂອ້ລົມຕໍ່ທີ່ປະຊຸມ, ເຊິ່ງທ່ານໄດ້ເນັ້ນໜັກ 4 ບັນຫາສໍາຄັນວ່າ: 1. ວຽກງານວິທະຍາສາດແມ່ນມີຄວາມສໍາຄັນ ແລະ ຕິດພັນກັບທຸກຂະແໜງການ. ສະນັ້ນ, ຈົ່ງຮ່ວມກັນຄົ້ນຄວ້າປະດິດຄິດສ້າງສິ່ງໃໝ່ ແລະ ຕ້ອງມີຈັນຍາບັນ-ຈັນຍາທຳ ຕໍ່ອາຊີບນັກຄົ້ນຄວ້າຢ່າງເຂັ້ມງວດ; 2. ໃຫ້ບັນດານັກຄົ້ນຄວ້າຈົ່ງຮັບຮູ້ວ່າພວກທ່ານແມ່ນຜູ້ຄິດຄົ້ນນະວັດຕະກໍາມາໃຫ້ປະເທດຊາດ. ສະນັ້ນ, ຈົ່ງສຸມໃສ່ຄົ້ນຄວ້າວິທະຍາສາດໃຫ້ມີສິ່ງໃໝ່ໆພົ້ນເດັ່ນຫຼາຍຂຶ້ນ ແລະ ໃຫ້ເປັນທີ່ປະຈັກຕາທັງເປັນທີ່ຍອມຮັບທັງພາຍໃນ ແລະ ສາກົນ; 3. ໃຫ້ບັນດາຄະນະນໍາທຸກຂັ້ນໃນສະຖາບັນການສຶກສາ, ມຊ ກໍຄືກະຊວງ ສສກ ເອົາໃຈໃສ່ຊຸກຍູ້ ແລະ ລະດົມແນວຄິດສ້າງນັກຮຽນ, ນັກສຶກສາເພື່ອໃຫ້ກາຍເປັນນັກວິທະຍາສາດ ທີ່ມີແນວຄິດຮັກຊາດ ຮັກການຄົ້ນຄວ້າ ແລະ ກາຍເປັນນັກວິທະຍາສາດໜຸ່ມນ້ອຍທີ່ຫ້າວຫັນ, ມີນໍ້າໃຈເສຍສະຫຼະ, ມີຄວາມສາມັກຄີ, ມິດຕະພາບ ແລະ ມີຫົວຄິດ ປະດິດສ້າງອັນທັນສະໄໝ ແລະ 4. ໃຫ້ພະຍາຍາມນໍາໃຊ້ວິທະຍາສາດເຂົ້າຮັບໃຊ້ວຽກງານຕົວຈິງໃນການດໍາລົງຊີວິດຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ-ສັງຄົມຢ່າງເປັນຮູບປະທຳ.