Select your language

ໃນວັນທີ 31 ມັງກອນ 2025 ຄະນະບໍລິຫານງານສະຫະພັນກໍາມະບານ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວຄົບຮອບ 69 ປີ (1 ກຸມພາ 1956 – 1 ກຸມພາ 2025) ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການຂົ້າຮ່ວມ ແລະປາຖະກະຖາຂອງ ສະຫາຍ ຄໍາເຟືອງ ລໍວັນໄຊ ຄະນະພັກມະຫາວິທະຍາໄລແຫ່ງຊາດ ຜູ້ຊີ້ນໍາອົງການຈັດຕັ້ງກຳມະບານ ມຊ, ມີສະຫາຍ ຮສ. ປອ. ບຸນທອນ ສຸຂະວົງ ຮອງປະທານສະຫະພັນກຳມະບານ ກະຊວງສຶກສາທິການ ແລະ ກິລາ ປະທານສະຫະພັນກຳມະບານ ມຊ, ພ້ອມດ້ວຍຄະນະບໍລິຫານງານກຳມະບານ ມຊ, ຮາກຖານອ້ອມຂ້າງ ແລະສະມາຊິກກຳມະບານເຂົ້າຮ່ວມ.

ໃນພິທີ ສະຫາຍ ຄໍາເຟືອງ ລໍວັນໄຊ ກໍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງອົງການຈັດຕັ້ງສະຫະພັນກຳມະບານລາວທີ່ສ້າງຕັ້ງມາໄດ້ 69 ປີ ໃນການປະຕິບັດພາລະກິດອັນໃຫຍ່ຫຼວງທີ່ພັກປະຊາຊົນປະຕິວັດລາວ ມອບໝາຍໃຫ້ໃນຖານະເປັນອົງການຕົວແທນແຫ່ງການປົກປ້ອງສິດ ແລະຜົນປະໂຫຍດອັນຊອບທຳຂອງກຳມະກອນ ແລະຊາວຜູ້ອອກແຮງງານບັນດາເຜົ່າ.

ນອກນັ້ນ, ໃນພິທີຍັງໄດ້ຮັບການບັນຍາຍກ່ຽວກັບການຮັກສາສຸຂະພາບ ໂດຍໃຫ້ກຽດບັນຍາຍຂອງສະຫາຍ ດຣ. ວັນແກ້ວ  ອາໄພລາດ ວິທະຍາກອນຈາກພາກວິຊາ ອາຍຸລະສາດ ຄະນະເເພດສາດ ມະຫາວິທະຍາໄລວິທະຍາສາດສຸກຂະພາບ.