Select your language

ໃນວັນທີ 31 ມັງກອນ 2025 ຜ່ານມາ, ຄະນະນິຕິສາດ ແລະລັດຖະສາດ (ຄນລ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມເຜີຍແຜ່ຜົນງານການຄົ້ນຄວ້າວິທະຍາສາດ ພາຍໃຕ້ຄຳຂັວນ ການປົກຄອງດີມີປະສິດທິຜົນທີ່ຄະນະຂອງຕົນ, ໂດຍການເປັນປະທານຂອງທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງອະທິການບໍດີ ມຊ, ມີທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ ຮອງປະທານ ກຳມະທິການຍຸຕິທຳ ສະພາແຫ່ງຊາດ, ທ່ານຮອງຄະນະບໍດີ ຄນລ, ແຂກຈາກມະຫາວິທະຍາໄລມະຫາຈຸລາລົງກອນ ແລະມະຫາວິທະຍາໄລລັງສິດ ປະເທດໄທ, ມະຫາວິທະຍາຊົນເຜົ່າກວາງຊີ ສປ ຈີນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອ ສົ່ງເສີມການຄົ້ນຄວ້າທາງດ້ານກົດໝາຍ ແລະຄວາມອາດສາມາດ, ທັກສະດ້ານການຄົ້ນຄວ້າວິທະຍາສາດ, ເພື່ອສົ່ງເສີມການປຶກສາຫາລື ແລະແລກປ່ຽນແນວຄວາມຄິດເຫັນ, ປະສົບການຄວາມຮູ້  ແລະ ຂໍ້ມູນກ່ຽວກັບການຄົ້ນຄວ້າວິທະຍາສາດທາງດ້ານກົດໝາຍ, ທັງເປັນເວທີແຫ່ງການພັດທະນາຂີດຄວາມສາມາດໃນການຄົ້ນຄວ້າ ວິໄຈທາງດ້ານກົດໝາຍ ແລະເພື່ອສົ່ງເສີມສະພາບແວດລ້ອມຂອງການຄົ້ນຄວ້າວິທະສາດທາງດ້ານກົດໝາຍຂອງນັກວິຊາການ, ນັກຄົ້ນຄວ້າວິທະຍາສາດ, ຄູ-ອາຈານ ຕະຫຼອດຮອດນັກສຶກສາ.

ໃນທີ່ປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີບົດຄົ້ນຄວ້າໂດຍຫຍໍ້ຂອງນັກຄົ້ນຄ້ວາຫຼາຍຫົວຂໍ້ເຊັ່ນ ຫົວຂໍ້: ນະໂຍບາຍການຈັດຕັ້ງປະຕິບັດໂທດປະຫານຊີວິດ ນຳສະເໜີໂດຍ ທ່ານ ຮສ. ປອ. ວຽງວິໄລ ທ່ຽງຈັນໄຊ; ຫົວຂໍ້: ນະໂຍບາຍທາງກົດໝາຍກ່ຽວກັບການບໍລິຫານຈັດການຍາເສບຕິດ ນຳສະເໜີໂດຍ ທ່ານ ຊຈ. ປອ. ທານີ ວິຣະພັດ ມະຫາວິທະຍາໄລລັງສິດ ປະເທດໄທ; ຫົວຂໍ້: Practice and Development of Open Sharing of Intellectual Property Data in China ນໍາສະເໜີໂດຍ ທ່ານ Lianhong He ມະຫາວິທະຍາໄລຊົນເຜົ່າກວາງຊີ; ຫົວຂໍ້: The Principle of Moderate State Intervention in the Socialist Market Economy with Chinese ນໍາສະເໜີໂດຍ ທ່ານ Yang Donghui ຜູ້ຊ່ວຍສາດສະດາຈານ ໂຮງຮຽນກົດໝາຍ ມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ຫົວຂໍ້: ການສຶກສາວິໄຈກ່ຽວກັບພັດທະນາໂຕຊີູ້ວັດດ້ານໄລຍະເວລາເພື່ອສົ່ງເສີມຫຼັກນິຕິທໍາໃນຂະບວນການຍຸຕິທໍາທາງອາຍາ ນຳສະໜີໂດຍທ່ານ ວິເຊດ ສິນປະສິດກຸນ. ພ້ອມນັ້ນ ຍັງໄດ້ມີການແຍກຫ້ອງນຳສະເໜີຜົນການງານການຄົ້ນຄວ້າວິທະຍາສາດ ແລະຈັດວາງສະແດງໜ່ວຍງານອາສາສະຕ່າງໆຂອງນັກສຶກສາ ຄນລ ອີກດ້ວຍ.

ພາບບັນຍາກາດ