Select your language

ໃນຕອນເຊົ້າ ວັນທີ 8 ກຸມພາ 2025, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກິດຈະກຳ ຍ່າງ ແລະ ເຕັ້ນແອລໂລບິກເພື່ອສຸຂະພາບ ທີ່ສະຫນາມກີລາກາງ ມຊ ໂດຍການເຂົ້າຮ່ວມຂອງ ທ່ານ ຮສ. ປອ. ເດຊານຸລາດ ແສນດວງເດດ ເລຂາອົງຄະນະພັກ ວ່າການແທນອະທິການບໍດີ ມຊ, ມີ ທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງເລຂາຄະນະພັກ ຮອງອະທິການບໍດີ ມຊ, ມີຄະນະພັກ-ຄະນະນຳ ມຊ, 3 ອົງການຈັດຕັ້ງມະຫາຊົນ, ພະນັກງານ, ຄູ-ອາຈານ ແລະນັກສຶກສາທົ່ວ ມຊ ເຂົ້າຮ່ວມເປັນຂະບວນຟົດຟື້ນ.
ກິດຈະກຳດັ່ງກ່າວຈັດຂຶ້ນເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກ ມຊ; ພ້ອມທັງເປັນການສ້າງຂະບວນການຕ້ອນຮັບຕ້ອນວັນສຳຄັນຕ່າງໆຂອງພັກຂອງຊາດເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ວັນທີ 22 ມີນາ 1955 - 22 ມີນາ 2025 ຄົບຮອບ 70 ປີ, ວັນແມ່ຍິງສາກົນ 8 ມີນາ 1910 - 8 ມີນາ 2025 ຄົບຮອບ 115 ປີ ທີ່ຈະມາເຖິງນີ້. ໂດຍມີຜູ້ເຂົ້າຮ່ວມທັງຫມົດ 1,000 ກວ່າຄົນ