ກອງປະຊຸມໃຫຍ່ໂຄງການສົ່ງເສີມການປະກັນຄຸນນະພາບພາຍໃນ ສະຖານການສຶກສາຊັ້ນສູງໃນ ສປປລາວ (REAL - Erasmus+) ຄັ້ງທີ I ໄດ້ຈັດຂຶ້ນທີ່ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ ນະຄອນຫຼວງວຽງຈັນ ແຕ່ວັນທີ 31 ມີນາ ຫາ 2 ເມສາ 2025. ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ແມ່ນມີແຂກ, ຜູ້ຊ່ຽວຊານ ແລະນັກວິຊາການຄູ ໂດຍສະເພາະຈາກອົງການແລະສະຖາບັນການສຶກສາຊັ້ນສູງຄູ່ຮ່ວມໂຄງການ ທັງພາຍໃນ ແລະຕ່າງປະເທດເຂົ້າຮ່ວມຢ່າງພ້ອມພຽງ ເຊັ່ນຈາກ: ກະຊວງສຶກສາທິການ ແລະ ກິລາ (ສສກ), (ມະຫາວິທະຍາໄລແຫ່ງຊາດ (ມຊ), ມະຫາວິທະຍາໄລສຸພານຸວົງ (ມສ), ມະຫາວິທະຍາໄລຈໍາປາສັກ (ມຈ), ມະຫາວິທະຍາໄລສະຫວັນນະເຂດ (ມຂ), ມະຫາວິທະຍາໄລໂກຣນິ່ງເຈນ (Groningen University) ປະເທດໂຮນລັງ, ມະຫາວິທະຍາໄລວິຊາຊີບມາດຣິດ (Polytechnical University of Madrid) ປະເທດແອັດສະປາຍ, ມະຫາວິທະຍາໄລປອຍຕີເຢ (University of Poitiers) ປະເທດຝຣັ່ງ, ເປັນຕົ້ນ.
ໂຄງການ REAL (Reforming higher education in Laos: installing the culture of comprehensive internal quality assurance necessary for implementing outcomes-based approach) ແມ່ນໂຄງການສົ່ງເສີມປັບປຸງວຽກງານການປະກັນຄຸນະພາບພາຍໃນສະຖານການສຶກສາຊັ້ນສູງໂດຍເນັ້ນໜັກໃສ່ການປະກັນຄຸນະພາບຂອງການຮຽນການສອນໃນລະດັບຫຼັກສູດ ໂດຍເນັ້ນໜັກໃສ່ຜົນການຮຽນເປັນຫຼັກ ໃນ 4 ມະຫາວິທະຍາໄລ (17 ຫຼັກສູດລະດັບປະລິນຍາຕີ) ໃນ ສປປ ລາວ ຈະໄດ້ຮັບການຍົກລະດັບການປະກັນຄຸນະພາບລະດັບຫຼັກສູດ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໃນ ສປປ ລາວ. ໂຄງການ REAL ຈັດຕັ້ງປະຕິບັດ ໂດຍການເປັນຜູ້ປະສານງານຫຼັກຂອງ University of Groningen ແລະສະໜັບສະໜຸນທາງດ້ານທັກນິກວິຊາການຈາກຜູ້ຊ່ຽວຊານຈາກບັນດາມະຫາວິທະຍາໄລ ແລະ ເຄືອຂ່າຍວິຊາການຕ່າງໆຈາກທະວີບເອີຣົບອື່ນໆດັ່ງກ່າວມາໃນຂ້າງຕົ້ນ.
ໂຄງການ REAL ແມ່ນໂຄງການຮ່ວມທຶນເຊິ່ງຜູ້ສະໜັບສະໜູນຫຼັກແມ່ນສະຫາພາບເອີຣົບ ພາຍໃຕ້ຂອບ Erasmus+ Programme on Capacity Building in Higher Education, ໂດຍມີເປົ້າໝາຍສົ່ງເສີມການປະຕິຮູບທາງດ້ານໂຄງສ້າງຂອງຫຼັກສູດການສຶກສາເພື່ອຈັດຕັ້ງປະຕິບັດການຮຽນ-ການສອນໂດຍເນັ້ນຜົນຮັບການຮຽນ, ສ້າງຍຸດທະສາດ, ກົນໄຂການເຮັດວຽກ ແລະ ຂໍ້ມູນຕ່າງໆທີ່ຈໍາເປັນສໍາລັບການສ້າງລະບົບການສຶກສາຊັ້ນສູງຂອງລາວໃຫ້ທັນສະໄໝທຽບເທົ່າກັບພາກພື້ນ ແລະສາກົນເປັນກ້າວໆໄປ. ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ, ວ່າການແທນ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ກ່າວວ່າ “ການສະໜອງການສຶກສາທີ່ມີຄຸນະພາບ ແລະ ນໍາໃຊ້ວິທີການຮຽນ-ການສອນທີ່ເນັ້ນຜົນການຮຽນ ແມ່ນມີຄວາມຈໍາເປັນຕໍ່ຊຸກຍູ້ສົ່ງເສີມການແລກປ່ຽນການສຶກສາກັບຕ່າງປະເທດ, ການຮັບຮູ້ການຖ່າຍໂອນໜ່ວຍກິດ, ແລະ ຍົກລະດັບຄວາມສາມາດໃນການມີວຽກເຮັດງານທໍາຂອງນັກສຶກສາ”.
ພາຍໃຕ້ໂຄງການ REAL, ສສກ ແລະ 4 ມະຫາວິທະຍາໄລໃນ ສປປ ລາວ ຈະໄດ້:
- ພັດທະນາຍຸດທະສາດ ທີ່ສາມາດຮັບປະກັນວ່າ ຫຼັກສູດການສຶກສາທີ່ສອນໃນມະຫາວິທະຍາໄລ ມີຄວາມສອດຄ່ອງກັບຄວາມຕ້ອງການໃນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ,
- ນໍາໃຊ້ກົນໄກທີ່ເຮັດໃຫ້ການສຶກສາສາມາດຈັດຕັ້ງປະຕິບັດໄດ້, ສະໜັບສະໜູນການປັບປຸງໂຄງສ້າງຢ່າງຢືນຍົງ ແລະ ນະວັດຕະກໍາ ໃນລະດັບລະບົບການສຶກສາຊັ້ນສູງຂອງລາວ,
- ເພີ່ມຄວາມສາມາດຂອງພະນັກງານ-ຄູອາຈານ, ຄະນະຮັບຜິດຊອບພັດທະນາຫຼັກສູດ ແລະ ມະຫາວິທະຍາໄລ ເພື່ອຮັບປະກັນປະສິດຕິພາບຂອງການສອນ ທີ່ຕ້ອງໄດ້ຕິດຕາມການຂະບວນການປະຕິຮູບ, ແລະ
- ສ້າງຄະນະຮັບຜິດຊອບໃນລະດັບຊາດ ແລະ ມະຫາວິທະຍາໄລ ເພື່ອກໍານົດ ແລະ ຊຸກຍູ້ຄວາມພະຍາຍາມໃນການຈັດຕັ້ງປະຕິບັດການປະກັນຄຸນະພາບພາຍໃນຢ່າງເຕັມຮູບແບບ ເພື່ອຮັບປະກັນການປ່ຽນແປງຢ່າງຮັດກຸມ ແລະ ຍືນຍົງ.
ອີງຕາມໜ້າວຽກຂອງໂຄງການ, ທ່ານ ຮສ. ປອ. ຫຼ້າວັນ ວົງຄໍາສານ, ຫົວໜ້າກົມ ການສຶກສາຊັ້ນສູງ, ກະຊວງສຶກສາທິການ ແລະ ກິລາ, ກ່າວວ່າ: “ໃນຂະນະທີ່ ສປປ ລາວ ກໍາລັງສືບຕໍ່ພັດພັດທະນາ ແລະ ຫັນລະລົບການສຶກສາເປັນທັນສະ ໄໝ, ມັນມີຄວາມຈໍາເປັນຢ່າງຍິ່ງສໍາລັບຂອບການສຶກສາຊັ້ນສູງໃນປັດຈຸບັນທີ່ຕ້ອງໄດ້ຮັບການປັບປຸງເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງສາກົນທີ່ມີການເຊື່ອມໂຍງກັນທາງດ້ານການສຶກສາໃນປັດຈຸບັນ.”
ຄະນະຮັບຜິດຊອບໂຄງການຈາກ ກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາໄລຂອງລັດ ທັງສີ່ແຫ່ງ ຈະຮ່ວມມືກັນຈັດຕັ້ງປະຕິບັດວຽກ ເພື່ອຮັບປະກັນຜົນຮັບຂອງການປັບປຸງດ້ານໂຄງສ້າງຂອງລະບົບການສຶກສາຊັ້ນສູງ ແລະ 17 ຫຼັກສູດລະດັບປະລິນຍາຕີ ເຊິ່ງປະກອບມີສາຂາ: ເຕັກໂນໂລຊີອາຫານ, ພາສາອັງກິດ, ວິສະວະກຳຂົນສົ່ງ ແລະ ໂລຈິດສ໌ຕິກ, ການລ້ຽງສັດ, ແລະ ການບໍລິຫານທຸລະກິດ ຢູ່ ມຊ; ວິສະວະກຳໄຟຟ້າ, ສັດຕະວະແພດ, ພາສາອັງກິດ, ແລະ ການບໍລິການ ແລະ ການທ່ອງທ່ຽວ ຢູ່ ມສ; ວິສະວະກຳໄຟຟ້າ, ວິສະວະກຳຂົນສົ່ງ ແລະ ໂລຈິດສ໌ຕິກ, ວິທະຍາສາດສັດ, ແລະ ການພັດທະນາຊົນນະບົດ & ການຂະຫຍາຍທຸລະກິດ ຢູ່ ມຂ; ແລະ ເຕັກໂນໂລຊີອາຫານ, ສັດຕະວະແພດ, ພາສາອັງກິດ, ແລະ ການລ້ຽງສັດ ຢູ່ ມຈ.
ໃນວັນທີ 3 ເມສາ 2025, ຄະນະຮັບຜິດຊອບໂຄງການ REAL ໄດ້ຈັດກອງປະຊຸມພົບປະແລກປ່ຽນກັບຜູ້ປະກອບການ ເພື່ອນໍາສະເໜີກ່ຽວກັບໂຄງການ, ຜົນໄດ້ຮັບ ແລະ ວິທີການທີ່ນັກສຶກສາ, ຄູອາຈານ, ຜູ້ປະກອບການໃນຕະຫຼາດແຮງງານ, ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ, ລວມທັງຄູສອນ ແລະ ນັກຮຽນມັດທະຍົມປາຍ - ທີ່ສາມາດມີສ່ວນຮ່ວມ ແລະ ປະກອບສ່ວນໃນການປະຕິຮູບການສຶກສາຄັ້ງນີ້. ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ແລະ ມະຫາວິທະຍາທັງສີ່ແຫ່ງ ໄດ້ເນັ້ນໜັກບົດບາດຂອງຄະນະຮັບຜິດຊອບໂຄງການໃຫ້ສາມາດຮັບປະກັນໄດ້ຜົນຮັບ ແລະ ຄວາມຍືນຍົງ ແລະ ເຮັດວຽກຮ່ວມມືກັບຜູ້ປະກອບການ. ຜູ້ປະກັບການເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມມີຕາງໜ້າຈາກຫຼາຍຂະແໜງການເຊັ່ນ: ການບໍລິການ ແລະ ການທ່ອງທ່ຽວ, ການຂົນສົ່ງ, ການຜະລິດອາຫານ, ທະນາຄານ, ພະລັງງານ, ແລະ ກະສິກຳ.