Select your language

          ໃນວັນທີ 7 ພຶດສະພາ 2025 ຜ່ານມານີ້, ພາກວິຊາພາສາ ແລະວັດທະນະລາວ ຄະນະອັກສອນສາດ (ຄອສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດການແຂ່ງຂັນຖາມ-ຕອບ ຄວາມຮູ້ກ່ຽວກັບ ວິທະຍາດສາດ ແລະພາສາລາວ-ວັນນະຄະດີ ທີ່ຫ້ອງປະຊຸມ ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ສົມໄພ ວິໄລສັກ ຫົວໜ້າພາກວິຊາພາສາ ແລະວັດທະນະທຳລາວ, ມີບັນດາທ່ານຫົວໜ້າພາກວິຊາ-ຮອງພາກວິຊາ, ພະນັກງານ, ຄູ-ອາຈານ ແລະນັກສຶກສາລາວ-ຕ່າງປະເທດເຂົ້າຮ່ວມ.

ຈຸດປະສົງຂອງການຈັດງານໃນຄັ້ງນີ້ ແມ່ນເພື່ອສົ່ງເສີມການຮຽນ-ການສອນຂອງນັກສຶກສາ, ເຊິ່ງເປັນແຜນກິດຈະກຳທີ່ຈັດຂຶ້ນໃນທຸກໆປີ ຂອງພາກວິຊາ ໂດຍເປີດໂອກາດໃຫ້ນັກສຶກສາໄດ້ສະແດງຄວາມຮູ້, ຄວາມສາມາດດ້ານການຈື່ຈຳທີ່ໄດ້ຮຽນມາ ເຂົ້າຮ່ວມໃນກິດຈະກຳໃນຄັ້ງນີ້, ເຊິ່ງມີທັງນັກສຶກສາລາວ ແລະນັກສຶກສາຕ່າງປະເທດ ໂດຍສະເພາະແມ່ນນັກສຶກສາຈາກປະເທດຈີນ, ຫວຽດນາມ, ກຳປູເຈຍ, ມຽນມາ ເຂົ້າຮ່ວມ.

ສຳລັບຮູບແບບການແຂ່ງຂັນແມ່ນໃຊ້ລະບົບຄອມພິວເຕີຜ່ານເວັບໄຊ (Kahoot) ໂດຍມີທັງໝົດ 60 ຄຳຖາມ ແຕ່ລະຄຳຖາມໃຊ້ເວລາຕອບ 1 ນາທີ ເຊິ່ງທຸກຄຳຖາມຈະກ່ຽວກັບຄວາມຮູ້ວິທະຍາສາດ, ພາສາລາວ ແລະວັນນະຄະດີລາວ; ມີນັກສຶກສາແຕ່ປິທີ 1, ປີທີ 3 ເຂົ້າຮ່ວມແຂ່ງຂັນທັງໝົດ 5 ທີມ;  ທີມລະ 3 ຄົນ. ຜ່ານການແຂ່ງຂັນຜົນປະກົດວ່າທີມຊະນະໄດ້ແກ່ນັກສຶກສາປິທີ 3 ຫ້ອງ ກ, ລາງວັນທີ 2 ນັກສຶກສາປີທີ 2 ແລະລາງວັນທີ 3 ໄດ້ແກ່ນັກສຶກສາປີທີ 3 ຫ້ອງ ຂ ໂດຍແຕ່ລະທີມໄດ້ຮັບທຶນການສຶກສາພ້ອມດ້ວຍຂັນລາງວັນ.

ພາບບັນຍາກາດ