Select your language

        ໃນວັນທີ 13 ມິຖຸນາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດກອງປະຊຸມສຳມະນາ ແລະເວທີສົນທະນາແລກປ່ຽນໃນການຈັດຕັ້ງປະຕິບັດໂຄງການຫ້ອງທົດລອງແບບປະຕິບັດການດ້ານເສດຖະກິດໝູນວຽນ ເນື່ອງໃນໂອກາດວັນດ້ານເສດຖະກິດໝູນວຽນ (CIRCULAR Living Lab & CIRCUARL Awareness Day) ທີ່ຄະນະວິທະຍາສາດສິ່ງແວດລ້ອມໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ), ມີບັນດາທ່ານຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ, ຄະນະບໍດີ, ຮອງຄະນະບໍດີ, ພະນັກງານ, ຄູ-ອາຈານ ແລະນັກສຶກສາຈາກຄະນະວິທະຍາສາດສິ່ງແວດລ້ອມເຂົ້າຮ່ວມ.

          ຫ້ອງທົດລອງແບບປະຕິບັດການດ້ານເສດຖະກິດໝູນວຽນແມ່ນໝາກຜົນຂອງການຈັດຕັ້ງປະຕິດບັດໂຄງການ ສ້າງຫ້ອງປະຕິບັດການດ້ານເສດຖະກິດໝູນວຽນເພື່ອສົ່ງເສີມນະວັດຕະກໍາດ້ານສັງຄົມໃນຂົງເຂດອາຊີຕາເວັນອອກສ່ຽງ

ໃຕ້ ຫຼື ເອີ້ນວ່າໂຄງການ CIRCULAR ໃນໄລຍະ 2023 – 2025, ເຊິ່ງເປັນໂຄງການຮ່ວມທຶນ (co-funded) ໂດຍໄດ້ຮັບທຶນສະໜັບສະໜູນຫຼັກຈາກສະຫະພາບເອີຣົບ ພາຍໃຕ້ຂອບໂຄງການອີຣັດສ໌ມຸດພັດ (Erasmus+) ເພື່ອສ້າງຄວາມເຂັ້ມແຂງໃນຂະແໜງການສຶກສາຊັ້ນສູງ. ພາຍໃຕ້ໂຄງການ CIRCULAR, ມຊ ໄດ້ຖືກຄັດເລືອກໃຫ້ຮັບຜິດຊອບນໍາພາບັນດາມະຫາວິທະຍາໄລ ຄູ່ຮ່ວມມືໃນ ສປປ ລາວ, ມາເລເຊຍ ແລະ ກໍາປູເຈຍ ດໍາເນີນການຄົ້ນຄວ້າກ່ຽວກັບການຈັດຕັ້ງປະຕິບັດກ່ຽວກັບການຈັດການສິ່ງເສດເຫຼືອ, ເສດຖະກິດໝູນວຽນ  ແລະ ນະວັດຕະກໍາທາງສັງຄົມ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້. ການປະຕິບັດໜ້າທີ່ດັ່ງກ່າວນີ້, ສະແດງໃຫ້ເຫັນເຖິງຂີດຄວາມສາມາດຂອງບັນດາພະນັກງານ-ອາຈານພາຍໃນ ມຊ ແລະ ຄວາມພ້ອມຂອງມະຫາວິທະຍາໄລພວກເຮົາທີ່ຈະຫັນເປັນທັນສະໄໝ ແລະ ກ້າວສູ່ສາກົນ, ໂດຍສະເພາະຮັດແໜ້ນການຮ່ວມມືໃນພາກພື້ນອາຊຽນ ແລະ ເອີຣົບ. ສະເພາະໂຄງການ CIRCULAR ແມ່ນລົງເລິກການສຶກສາ ແລະ ການຄົ້ນຄວ້າດ້ານເສດຖະກິດໝູນວຽນເພື່ອສົ່ງເສີມນະວັດຕະກໍາທາງສັງຄົມ ແລະ ການມີສ່ວນຮ່ວມຂອງຊຸມຊົນ. ຕະຫຼອດໄລຍະ 2 ປີຜ່ານມາ, ຄະນະຮັບຜິດຊອບໂຄງການ CIRCULAR ໄດ້ປະຕິບັດຫຼາຍກິດຈະກໍາທີ່ພົ້ນເດັ່ນຄື: ຂຽນບົດລາຍງານວິຊການດ້ານການຈັດການສິ່ງເສດເຫຼືອ, ສ້າງຄູ່ມືສໍາລັບການຮ່ວມມືເພື່ອສົ່ງເສີມນະວັດຕະກໍາທາງສັງຄົມໃນເສດຖະກິດໝູນວຽນ, ສ້າງແຜນປະຕິບັດການສໍາລັບຫ້ອງປະຕິບັດການດ້ານເສດຖະກິດໝູນວຽນ  ແລະຈັດເຝິກອົບຮົມໃຫ້ພະນັກງານ-ອາຈານ ພາຍໃນ ມຊ ຮັບຮູ້ກ່ຽວກັບຄວາມສໍາຄັນ ແລະ ກົນໄກດ້ານເສດຖະກິດໝູນວຽນ.

ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ເຂົ້າຊົມຫ້ອງທົດລອງແບບປະຕິບັດການດ້ານເສດຖະກິດໝູນວຽນ ທີ່ຢູ່ຄະນະວິທະຍາສາດສິ່ງແວດລ້ອມ ໂດຍເປັນຫ້ອງຮຽນຮູ້ໃນການນຳເອົາສິ່ງເສດເຫຼືອມາໝູນວຽນກັບມານຳໃຊ້ໃໝ່ເພື່ອໃຫ້ເກີດຜົນປະໂຫຍດອີກຄັ້ງໜຶ່ງ ແລະ ໄດ້ຮັບຟັງເວທີການສົນທະນາໃນຫົວຂໍ້: ການສຶກສາ ແລະການຄົ້ນຄວ້າເພື່ອສົ່ງເສີມເສດຖະກິດໝູນວຽນ, ນະວັດຕະກຳສັງຄົມ ແລະການມີສ່ວນຮ່ວມຂອງຊຸມຊົນທ້ອງຖິ່ນອີກດ້ວຍ.