ໃນວັນທີ 21 ມິຖຸນາ 2025 ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ໄດ້ຈັດພິທີມອບ-ຮັບໃບປະກາດ(ປະກາສະນີຍະບັດ) ໃຫ້ແກ່ນັກສຶກສາລາວ ສາຂາຄູພາສາຈີນໃນຫຼັກສູດ 2+2 ຮຸ່ນທໍາອິດ ຂອງມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດ, ໂດຍການເຂົ້າຮ່ວມຂອງທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ວົງປາໂນ ສີປະເສີດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໜານໜິງ ສປ ຈີນ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ ເລຂາຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ສຈ.ປອ. ເຫວີຍຊືເຈີນ ອະທິການບໍດີ ມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ຫູຈືຜິງ ຮອງຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ແລະ ທ່ານ ຫຼົວຢ້າວກວາງ ຫົວໜ້າຫ້ອງການພົວພັນສາກົນ ພະແນກສຶກສາແຂວງກວາງຊີ ເຂົ້າຮ່ວມ.
ໃນພິທີທ່ານ ສຈ.ປອ. ເດຊານຸລາດ ແສນດວງເດດ ໄດ້ກ່າວຂອບໃຈມາຍັງຝ່າຍຈີນທຸກພາກສ່ວນທີ່ໄດ້ຊ່ວຍມະຫາວິທະຍາໄລແຫ່ງຊາດໃນການສ້າງບຸກຄະລາກອນ ແລະໄດ້ຊົມເຊີຍນັກສຶກສາຮຸ່ນທໍາອິດທີ່ສາມາດອົດທົນຜ່ານຜ່າອຸປະສັກຈົນສາມາດຈົບ ແລະ ໄດ້ຮັບປະກາດສະນີຍະບັດໝົດທຸກຄົນ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາຈົ່ງສືບຕໍ່ມານະຈິດຊອກຮູ້ຮໍ່າຮຽນ, ຮູ້ບຸນຄຸນ, ເປັນຄົນດີຂອງສັງຄົມ ກຽມພ້ອມຮັບໃຊ້ຊາດຮັບໃຊ້ປະຊາຊົນ. ນອກຈາກນັ້ນ ທ່ານ ວົງປາໂນ ສີປະເສີດ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ, ທ່ານ ສຈ.ປອ. ເຫວີຍຊືເຈີນ, ທ່ານ ຫູຈືຜິງ ກໍໄດ້ຂຶ້ນກ່າວຊົມເຊີຍ ແລະຕີລາຄາສູງຕໍ່ຜົນງານການຮ່ວມມືລະຫວ່າງມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ໃນການສ້າງບຸກຄະລາກອນດ້ານຄູພາສາຈີນ ເຊິ່ງເປັນສາຂາທີ່ ສປປ ລາວ ພວກເຮົາຍັງຂາດແຄນ.
ໃນພິທີດັ່ງກ່າວ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ແລະ ທ່ານ ສຈ. ປອ. ນ. ເຫວີຍຊືເຈີນ ໄດ້ຂຶ້ນມອບ ປະກາສະນີຍະບັດຮ່ວມກັນ ໃຫ້ແກ່ນັກສຶກສາສາຂາຄູພາສາຈີນຈໍານວນ 53 ຄົນ (ຍິງ 34 ຄົນ).ໃນຕອນທ້າຍຕາງໜ້ານັກສຶກສາໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະຂຶ້ນຮ້ອງເພງມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ເພງລາກ່ອນ ເຊິ່ງໄດ້ສ້າງບັນຍາກາດ ແລະຄວາມປະທັບໃຈໃນພິທີດັ່ງກ່າວ.