ໃນວັນທີ 12 ກໍລະກົດ 2025 ຜ່ານມາ, 3 ອົງການຈັດຕັ້ງມະຫາຊົນ ມະຫາວິທະຍາໄລແຫ່ງຊາດ (ສະຫະພັນແມ່ຍິງ, ຊາວໜຸ່ມ, ກໍາມະບານ) ໄດ້ຈັດກິດຈະກໍາຍ່າງ-ເຕັ້ນແອລໂລບິກເພື່ອສຸຂະພາບຕ້ອນຮັບສອງວັນສຳຄັນຄື ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (ວັນທີ 20 ກໍລະກົດ 1955 - ວັນທີ 20 ກໍລະກົດ 2025), ວັນກິລາ-ກາຍະກໍາແຫ່ງຊາດ ຄົບຮອບ 59 ປີ (ວັນທີ 13 ກໍລະກົດ 1966 - ວັນທີ 13 ກໍລະກົດ 2025) ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີທ່ານຮອງອະທິການບໍດີ, ປະທານສະຫະພັນແມ່ຍິງ, ສະຫະພັນກຳມະບານ, ເລຂາຊາວໜຸ່ມ ພ້ອມດ້ວຍສາມາຊິກເຂົ້າຮ່ວມ 400 ກວ່າຄົນເຂົ້າຮ່ວມ.
ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຫວນຄືນມູນເຊື້ອ ວັນກິລາ-ກາຍະກຳແຫ່ງຊາດ ເຊິ່ງນຳສະເໜີໂດຍທ່ານ ສົມພູ ພົງສາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ໂດຍທ່ານໄດ້ຍົກໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງວົງການກິລາຂອງປະເທດລາວທີ່ໄດ້ຮັບການພັດທະນາ ຄຽງຄູ່ກັນກັບຫຼາຍວຽກງານ ເພື່ອເສີມສ້າງສຸຂະພາບ ແລະ ຈິດໃຈ, ສ້າງຄວາມສາມັກຄີພາຍໃນໝູ່ພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນບັນດາເຜົ່າ. ໃນເມື່ອກ່ອນການກີລາເປັນພຽງການເຄື່ອນໄຫວເປັນການຈັດຕັ້ງໜ່ວຍກິລານ້ອຍໆເທົ່ານັ້ນຂອງກົມກອງ, ຂະແໜງການເຂດແນວໜ້າ-ແນວຫຼັງ ໂດຍເຄື່ອນໄຫວພາຍໃນໂຮງຮຽນຄຽງຄູ່ຂະບວນການອື່ນໆ. ຈົນມາຮອດປີ 1966 ກອງກິລາກອງທັບປົດປ່ອຍປະຊາຊົນລາວ ກໍໄດ້ຖືກປະກາດສ້າງຕັ້ງຂຶ້ນໃນວັນທີ 13 ກໍລະກົດ 1966. ນັບແຕ່ນັ້ນ ເປັນຕົ້ນມາຂະບວນການວຽກງານກິລາກໍໄດ້ມີການຂະຍາຍຕົວເປັນແຕ່ລະໄລຍະຄື: ປີ 1979 ໄດ້ຈັດຕັ້ງຄະນະກຳມະການໂອແລມປິດແຫ່ງຊາດລາວປະກອບມີ 7 ສະຫະພັນກິລາແຫ່ງຊາດ ແລະໄດ້ເຂົ້າຮ່ວມການແຂ່ງຂັນໂອແລມປິກທີ່ໂມສກູໃນປີ 1980 ຄັ້ງທີ 22 ເປັນຄັ້ງທຳອິດໂດຍມີ 3 ປະເພດກິລາເຂົ້າຮ່ວມແຂ່ງຂັນຄື: ຍິງປືນ, ແລ່ນ ແລະມວຍສາກົນສະໝັກຫຼີ້ນ; ໃນປີ 1985 ກະຊວງສຶກສາ ກົມກິລາກາຍະກຳ ແລະສິນລະປະ ໄດ້ຈັດງານມະຫາກຳກີລາແຫ່ງຊາດຂື້ນເປັນຄັ້ງທຳອິດໃນເດືອນທັນວາ. ນອກນັ້ນ ໃນບົດບາດເວທີສາກົນຂອງວົງການກີລາ ປະເທດລາວຍັງໄດ້ຮັບກຽດເປັນເຈົ້າພາບກີລາຊີເກມຄັ້ງທີ 25 ໃນປີ 2009 ແລະໃນປີ 2012 ກໍໄດ້ຮັບກຽດເປັນເຈົ້າງານແຂ່ງຂັນກີລາ ມະຫາວິທະຍາໄລອາຊຽນຄັ້ງທີ 16 ອີກດ້ວຍ; ຍ້ອນການຂະຫຍາຍຕົວຂອງວົງການກີລາຢ່າງບໍ່ຢຸດຢັ້ງປັດຈຸບັນມີສະຖາບັນທີ່ດຳເນີນການຮຽນ-ການສອນກ່ຽວກັບກີລາເກີດຂຶ້ນຄື: ຄະນະວິທະຍາສາດການກີລາ-ກາຍະກຳ ມຊ, ສະຖາບັນກີລາ-ກາຍະກຳ ແລະວິທະຍາໄລພາລະສຶກສາ ເປັນຕົ້ນ. ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີຜົນງານຂອງສະຫະພັນແມ່ຍິງລາວ ແລະຄວາມໝາຍຄວາມສຳຄັນຂອງວັນ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ
ຫຼັງຈາກນັ້ນ ກໍໄດ້ດຳເນີນກິດຈະກຳການຍ່າງ-ເຕັ້ນແອລໂລບິກເພື່ອສຸຂະພາບ ແລະຮ່ວມຫຼີ້ນກີລາໝາກແລ ພື້ນບ້ານອີກດ້ວຍ.