Select your language

ໃນວັນທີ 22 ກໍລະກົດ 2025 ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ມະຫາວິທະຍາໄລແຫ່ງຊາດ (ຄຊປປລ ມຊ) ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຂໍ້ແຂ່ງຂັນ 4 ບຸກ ແລະ ມອບ-ຮັບຫຼຽນຊາວໜຸ່ມຕະລຸມບອນ ທີ່ຫ້ອງປະຊຸມສະໂມສອນ ມຊ, ໂດຍການເຂົ້າຮ່ວມຂອງສະຫາຍ ປອ. ຊາຍຄຳ ວັນນະໄຊ ຄະນະບໍລິຫານງານພັກ ມຊ, ສະຫາຍ ປອ. ຈັນທະວົງ ປັນຍາສິລິ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງສຶກສາທິການ ແລະກີລາ, ມີສະຫາຍ ນາງ ເພັດສະໝອນ ແກ້ວໂສພາ ເລຂາຄະນະບໍລິຫານງານຊາວໜຸ່ມ ມຊ ແລະປະທານສະຫະພັນແມ່ຍິງ, ກຳມະບານ, ຮາກຖານຊາວໜຸ່ມ ແລະສະມາຊິກຊາວໜຸ່ມທີ່ຂື້ນກັບ ມຊ ເຂົ້າຮ່ວມ.

ໃນພິທີ, ສະຫາຍ ໜູເບ ທິບພົນເລືອງ ຮອງເລຂາ ຄຊປປລ ມຊ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດຮັບຮອງເປັນຄະນະຊາວໜຸ່ມຮາກຖານ 4 ບຸກ ປະຈຳປີ 2024, ສະບັບເລກທີ 032/ຄຊປປລ.ມຊ ລົງວັນທີ 5 ພຶດສະພາ 2025 ໂດຍອະນຸມັດຮັບຮອງເອົາຊາວໜຸ່ມຮາກຖານ 17 ຮາກຖານ ເປັນຄະນະຊາວນຸ່ມຮາກຖານ 4 ບຸກ.

ພ້ອມນັ້ນ, ໃນທີ່ປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ປອ. ຈັນທະວົງ ປັນຍາສິລິ ໂດຍສະຫາຍໄດ້ຍົກໃຫ້ເຫັນຄວາມສຳຄັນຂອງວຽກງານຊາວໜຸ່ມ ໂດຍສະເພາະແມ່ນການປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຊິ່ງປະກອບມີ: 1. ບຸກດ້ານແນວຄິດ, 2. ບຸກເການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, 3. ບຸກດ້ານການກໍ່ສ້າງການຈັດຕັ້ງ, 4. ດ້ານວິຊາຊີບ-ສ້າງວຽດເຮັດງານທຳ ແລະວຽກງານງານຊາວໜຸ່ມຍັງເປັນວຽກງານທີ່ຕ້ອງທຸ່ມເທ່ ເສຍສະຫຼະເວລາເຫຼື່ອແຮງປະກອບສ່ວນເຂົ້າໃນຂະບວນການຕ່າງໆຢ່າງເຂັ້ມແຂງ, ເປັນດ່ານໜ້າໃນເວລາທີ່ປະເທດຊາດຮຽກຮ້ອງຕ້ອງການ ເປັນຕົ້ນ. ຫຼັງຈາກນັ້ນ ຕາງໜ້າຊາວໜຸ່ມມະຫາວິທະຍາໄລແຫ່ງຊາດ ແລະຊາວໜຸ່ມແຕ່ລະຮາກຖານໄດ້ຮ່ວມຈັບມືກັນເພື່ອສືບຕໍ່ປະຕິບັດຂໍ້ແຂ່ງຂັນ 4 ບຸກໃນປີ 2025.

ນອກນັ້ນ, ໃນພິທີຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການມອບຫຼຽນຊາວໜຸ່ມຕະລຸມບອນ ຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ກັບບຸກຄົນຂອງກະຊວງສຶກສາທິການ ແລະກິລາທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ ສະຕິປັນຍາ ແລະຊີ້ນຳວຽກງານຊາວໜຸ່ມປະຊາຊົນປະຕິວັດລາວ ໃນໄລຍະຜ່ານມາ ຈຳນວນ 27 ທ່ານ.

ຮູບພາບບັນຍາກາດ