ໃນວັນທີ 14 ກໍລະກົດ 2025 ຜ່ານມານີ້, ທີ່ຫ້ອງປະຊຸມ ຕຶກສໍານັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ(ມຊ) ແລະ ສະຖາບັນເຕັກໂນໂລຊີ ຟູຢາງ ສປ ຈີນ ໄດ້ລົງນາມຮ່ວມມືດ້ານວີຊາການ (MOU) ຝ່າຍ ມຊ ລົງນາມໂດຍ ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ ແລະຝ່າຍສະຖາບັນເຕັກໂນໂລຊີ ຟູຢ່າງ ສປ ຈີນ ລົງນາມໂດຍທ່ານ Professor Dr. Zhang Chong ສະຖາບັນເຕັກໂນໂລຊີຟູຢາງ ສປ ຈີນ (Party Secretary of Fuyang Institute of Technology), ພ້ອນດ້ວຍແຂກຖືກເຊີນ, ພະນັກງານທີ່ກ່ຽວສອງຝ່າຍເຂົ້າຮ່ວມ.
ການລົງນາມຮ່ວມມືລະຫວ່າງ ມຊ ແລະ ສະຖາບັນເຕັກໂນໂລຊີ ຟູຢາງ ສປ ຈີນ ໃນຄັ້ງນີ້, ແມ່ນຈະໄດ້ການຈັດຕັ້ງປະຕິບັດຮູບແບບການເຝິກອົບຮົມ ໃນຂົງເຂດເຕັກໂນໂລຊີ ວິສະວະກຳສະຖາປັດຕະຍະກຳ ແລະ ເຕັກໂນໂລຊີ ການນຳໃຊ້ຄອມພິວເຕີ ເພື່ອເຊື່ອມໂຍງຄວາມເຂັ້ມແຂງດ້ານການສຶກສາຂອງທັງສອງປະເທດ, ເຊິ່ງນັກສຶກສາທີ່ຮຽນຈົບຫຼັກສູດພື້ນຖານຢູ່ລາວ, ຈະໄດ້ຮັບການເຝິກອົບຮົມທັກສະວິຊາສະເພາະ ແລະ ເຝິກງານ ຢູ່ ສປ ຈີນ, ເມື່ອຮຽນຈົບ ກໍໄດ້ຮັບປະກາສະນີຍະບັດ(ໃບປະກາດ)ທີ່ຮັບຮອງຈາກທັງສອງສະຖາບັນ. ພ້ອມນີ້, ທັງສອງຝ່າຍແມ່ນຈະຮ່ວມກັນພັດທະນາຫຼັກສູດ ແລະ ປຶ້ມແບບຮຽນໃຫ້ແທດເໝາະກັບຄວາມຕ້ອງການດ້ານແຮງງານຢູ່ ສປປ ລາວ, ພ້ອມທັງສ້າງພື້ນຖານການຝຶກອົບຮົມຮ່ວມກັນ. ພ້ອມນັ້ນ, ຄະນະຜູ້ແທນຈາກສະຖາບັນເຕັກໂນໂລຊີຟູຢາງ ຍັງໄດ້ໄປຢ້ຽມຢາມຄະນະສະຖາປັດຕະຍະກຳສາດ ແລະ ຄະນະວິທະຍາສາດທຳມະຊາດ ພາກວິຊາຄອມພິວເຕີ ມຊ ນໍາອີກ.