ໃນວັນທີ 6 ສິງຫາ ນີ້ທີ່ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມື ແລະ ແລກປ່ຽນທາງວິຊາການ ລະຫວ່າງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ), ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ແລະ ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍການເຂົ້າຮ່ວມລົງນາມຂອງທ່ານ ກອງແກ້ວ ໄຊສົງຄາມ ປະທານ ສວສສຊ, ທ່ານ ພູວົງ ອຸ່ນຄໍາແສນ ຫົວໜ້າ ສມປຊ ແລະ ທ່ານ ສຕ. ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຮອງປະທານ, ຮອງຫົວໜ້າສະຖາບັນ, ຮອງອະທິການບໍດີ ແລະ ບັນດາແຂກທີ່ຖືກເຊີນຈາກທັງ 3 ພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ການລົງນາມບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ມີຈຸດປະສົງເພື່ອສ້າງຄວາມຮ່ວມມືໃນການຊຸກຍູ້ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດໜ້າທີ່ຂອງອົງການ ເວົ້າລວມ ເວົ້າສະເພາະກໍແມ່ນວຽກງານຄົ້ນຄວ້າວິທະຍາສາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ; ເປັນຈຸດປະສານງານ ແລະ ເຄືອຂ່າຍການຄົ້ນຄວ້າວິທະຍາສາດດ້ານການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມທີ່ເຂັ້ມແຂງ, ມີຄວາມເປັນເອກະພາບ, ສາມາດສະໜອງຂໍ້ມູນ, ຂໍ້ສະເໜີແນະ ແລະ ໃຫ້ຄໍາປຶກສາທາງດ້ານວິຊາການໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ຢູ່ ສປປ ລາວ ແລະ ເສີມສ້າງຂີດຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດການເມືອງ-ການປົກຄອງ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ຂອງ ສປປ ລາວ ໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງໃຫ້ເທົ່າທຽມກັບ ພາກພື້ນ ແລະ ສາກົນເທື່ອລະກ້າວ, ສໍາລັບເນື້ອໃນການຮ່ວມມືແມ່ນປະກອບດ້ວຍການກໍ່ສ້າງຊັບພະຍາກອນມະນຸດ, ການແລກປ່ຽນນັກຄົ້ນຄວ້າ, ຄູສອນ ແລະ ຜູ້ບັນຍາຍພິເສດ, ການແລກປ່ຽນຜົນການຄົ້ນຄວ້າ ແລະ ຂໍ້ມູນຂ່າວສານຊຶ່ງກັນ ແລະ ກັນ, ການເຜີຍແຜ່ຜົນການຄົ້ນຄວ້າວິທະຍາສາດຮ່ວມກັນ ແລະ ການຮ່ວມມືກັນຊອກຫາແຫຼ່ງທຶນ ຈາກແຫຼ່ງຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອຮັບໃຊ້ເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດຕາມພາລະບົດບາດຂອງແຕ່ລະຝ່າຍ ແລະ ຕາມການມອບໝາຍຂອງຂັ້ນເທິງ ແລະ ຂົງເຂດອື່ນໆ ທີ່ທັງສາມຝ່າຍເຫັນດີເປັນເອກະພາບຮ່ວມກັນ.
ໂອກາດນີ້ ທ່ານ ກອງແກ້ວ ໄຊສົງຄາມ ໄດ້ມີຄຳເຫັນວ່າ: ການລົງນາມບົດບັນທຶກໃນຄັ້ງນີ້ ກໍເພື່ອຍົກສູງການຮ່ວມມືໃຫ້ເປັນຮູບປະທໍາຫຼາຍຂຶ້ນ ຕາມເນື້ອໃນຈິດໃຈຂົງເຂດການຮ່ວມມື, ນອກນັ້ນ, ຍັງ ເປັນການປະກອບສ່ວນໃນການສ້າງເວທີເພື່ອແລກປ່ຽນຄໍາຄິດຄໍາເຫັນ, ແລກປ່ຽນຜົນການຄົ້ນຄວ້າ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າ, ສ້າງຄວາມສໍາພັນກັນລະຫວ່າງ 3 ສະຖາບັນ ໃນການສຶກສາ, ຄົ້ນຄວ້າ, ວິໄຈ ເພື່ອສ້າງໃຫ້ໄດ້ກຳລັງແຮງສັງລວມ ແລະ ຕໍ່ຍອດຜົນງານດ້ານວິທະຍາສາດ ໃຫ້ກາຍເປັນຜະລິດຕະພັນທີ່ມີຄຸນນະພາບ ອອກຮັບໃຊ້ສັງຄົມພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ, ເຮັດໃຫ້ນັກຄົ້ນຄວ້າ, ນັກວິທະຍາສາດ ເປັນເຈົ້າການ ແລະ ຕັ້ງໜ້າປະກອບສ່ວນຊ່ວຍພັກ-ລັດ ຄົ້ນຄວ້າຊອກຫາທາງອອກໃນການແກ້ໄຂບັນຫາຄວາມຫຍຸ້ງຍາກຕ່າງໆ ທີ່ປະເຊີນໜ້າແຕ່ລະໄລຍະ ກໍຄືເສັ້ນທາງການພັດທະນາຢູ່ປະເທດເຮົາໃຫ້ຫຼາຍກ່ວາເກົ່າ ເປັນຕົ້ນການແກ້ໄຂບັນຫາເສດຖະກິດ-ການເງິນ-ເງິນຕາ, ນັບທັງການແກ້ໄຂບັນຫາທີ່ຕິດພັນຂອດຂຶ້ນການຄຸ້ມຄອງ-ບໍລິຫານຂອງລັດ ແລະ ອື່ນໆ.