Select your language

ໃນຕອນບ່າຍ ວັນທີ 22 ສິງຫາ 2025 ຜ່ານມາ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີມອບ-ໂອນ ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ(ໂຮງຮຽນພອນສະຫວັນແຫ່ງຊາດ), ໂດຍການເຂົ້າຮ່ວມຂອງທ່ານ ປອ. ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ແລະຕາງໜ້າໃຫ້ ມຊ ມອບໂດຍ ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ ແລະຮັບໂດຍທ່ານ ນາງ ນວມຄຳ ຈັນທະບູລີ ຫົວໜ້າກົມມັນສຶກສາ ກະຊວງສຶກສາທິການ ແລະກີລາ ໂດຍມີບັນດາແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະນ້ອງໆນັກຮຽນເຂົ້າຮ່ວມ.

ໃນພິທີ, ທ່ານ ອຸດາລອນ ສີລາວົງ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະກີລາ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 664/ສສກ,​ ລົງວັນທີ 14 ກຸມພາ 2024 ວ່າດ້ວຍການໂອນ ໂຮງຮຽນພອນສະຫວັນ ແລະຊົນເຜົ່າກຽມມະຫາວິທະຍາໄລ ມະຫາວິທະຍາໄລແຫ່ງຊາດ ໄປຂຶ້ນກັບກະຊວງສຶກສາທິການ ແລະກີລາ ແລະປ່ຽນຊື່ເປັນ “ໂຮງຮຽນພອນສະຫວັນແຫ່ງຊາດ”; ແລະຜ່ານຂໍ້ຕົກລົງ ຂອງກະຊວງສຶກສາທິການ ແລະກີລາ ສະບັບເລກທີ 3700/ສສກ, ລົງວັນທີ 10 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງພະນັກງານດຳລົງຕຳແໜ່ງບໍລິຫານຂອງ ໂຮງຮຽນພອນສະຫວັນແຫ່ງຊາດ ໂດຍແຕ່ງຕັ້ງ ທ່ານ ແກ້ວສິດທິພອນ ຈັນທະລາ ເປັນຜູ້ອຳນວຍການໂຮງຮຽນພອນສະຫວັນແຫ່ງຊາດ.

          ພ້ອມນັ້ນ, ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການການສະເໝີບົດລາຍງານການເຄື່ອນໄຫວຂອງ ໂຮງຮຽນພອນສະຫວັນແຫ່ງຊາດໃນໄລຍະຜ່ານມາ ໂດຍທ່ານ ແກ້ວສິດທິພອນ ຈັນທະລາ ຜູ້ອຳນວຍການໂຮງຮຽນພອນສະຫວັນແຫ່ງຊາດ ໄດ້ໃຫ້ຮູ້ວ່າ: ໂຮງຮຽນພອນສະຫວັນແຫ່ງຊາດ ໃນໄລຍະເລີ່ມຕົ້ນແມ່ນໂຮງຮຽນພອນສະຫວັນ ແລະຊົນເຜົ່າ ກຽມມະຫາວິທະຍາໄລ (ຮພຊ) ເປັນໂຮງຮຽນແຫ່ງທຳອິດທີ່ຂຶ້ນກັບສຳນັກງານອະທິການບໍດີ ມຊ ພາຍໃຕ້ການຊີ້ນຳຂອງຄະນະພັກ-ຄະນະນຳ ມຊ, ໂຮງຮຽນດັ່ງກ່າວແມ່ນຂອງຂວັນຈາກລັດຖະບານ ສສ ຫວຽດນາມ ໃຫ້ລັດຖະບານລາວ ໃນມູນຄ່າ 47 ຕື້ດົງ ແລະໄດ້ດຳເນີນການຮຽນ-ການສອນແຕ່ສົກສຶກສາ 2006-2007 ຈົນມາຮອດປັດຈຸບັນໄດ້ 19 ສົກຮຽນແລ້ວ. ເຊິ່ງໃນໄລຍະຜ່ານມາສາມາດສ້າງຜົນງານທີພົ້ນເດັ່ນ ແລະສ້າງນັກຮຽນເກັ່ງໃນລະດັບປະເທດໄດ້ຫຼາຍກວ່າ 47 ຄົນ, ຍິງ 16 ຄົນ; ມີນັກຮຽນທີ່ຮຽນຈົບຈາກໂຮງຮຽນທັງໝົດ 1.397 ຄົນ  ຍິງ 744 ຄົນ, ມີນັກຮຽນທີ່ໄດ້ຮັບໃບປະກາດແດງແຕ່ປີ 2008 ເປັນຕົ້ນມາ 84 ຄົນ ຍິງ 64 ຄົນ, ເຂົ້າຮ່ວມການແຂ່ງຂັນດ້ານວິຊາການທັງພາຍໃນ ແລະຕ່າງປະເທດເປັນຕົ້ນ.

          ໃນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ປອ. ນາງ ດາລາວອນ ກິດຕິພັນ ໂດຍທ່ານໄດ້ເນັ້ນໃຫ້ ໂຮງຮຽນພອນສະຫວັນແຫ່ງຊາດ ເປັນຈຸດສູນກາງໃນການສິດສອນ ແລະສ້າງນັກຮຽນເກັ່ງໃນລະດັບມັດທະຍົມສຶກສາໃນທົ່ວປະເທດ, ໂດຍມີການກຳນົດມາດຕະຖານຢ່າງຄັກແນ່ ເພື່ອເປັນໂຮງຮຽນຕົວແບບ ໂດຍເນັ້ນໜັກຄຸນນະພາບການຮຽນ-ການສອນ, ຄຸນນະພາບຂອງ ຄູ-ອາຈານ ແລະສິ່ງອຳນວຍຄວາມສະດວກຕ່າງໆ ໂດຍຄຽງຄູ່ກັບແນວທາງຂອງພັກຂອງລັດ.

ພາບບັນຍາກາດ