Select your language

ໃນສົກສຶກສາ 2025-2026 ນີ້, ມະຫາວິທະຍາໄລແຫ່ງຊາດ(ມຊ) ມີຫໍພັກໄວ້ຮອງຮັບນັກສຶກສາທີ່ເຂົ້າສຶກສາຢູ່ ຄະນະວິຊາຕ່າງໆໄດ້ເປັນຈໍານວນຫຼາຍ; ໂດຍສະເພາະແມ່ນ ຢູ່ໃນວິທະຍາເຂດດົງໂດກ ແມ່ນມີຫໍພັກນັກສຶກສາ ມຊ ເປັນບ່ອນຮອງຮັບນັກສຶກສາທີ່ເຂົ້າສຶກສາຢູ່ໃນ ມຊ ໃນແຕ່ລະປີເປັນຈໍານວນຫຼວງຫຼາຍ, ໂດຍສະເພາະແມ່ນຫໍພັກນັກສຶກສາ ມຊ (ຫໍພັກຊີເກມ) ເປັນຫໍພັກທີ່ແໜ້ນໜາຖາວອນ, ປະກອບມີອາຄານທັງໝົດ 09 ຫຼັງ, ເປັນອາຄານສູງ 04 ຊັ້ນ ເຊິ່ງເປັນທີ່ພັກຂອງນັກສຶກສາຈໍານວນ 08 ຫຼັງ ແລະ ມີຫ້ອງການຄຸ້ມຄອງຫໍພັກ 01 ຫຼັງ. ຫໍພັກ ມຊ ມີສິ່ງເອື້ອຍອໍານວຍຄວາມສະດວກຫຼາຍຢ່າງ ເຊັ່ນ: 01 ຫ້ອງພັກ ບັນຈຸໄດ້ 04 ຕຽງນອນ, ມີຫ້ອງນໍ້າຢູ່ພາຍໃນ, ນໍ້າ ແລະໄຟຟ້າສະດວກ, ຢູ່ພາຍໃນບໍລິເວນຫໍພັກ ຍັງມີສິ່ງອໍານວຍຄວາມສະດວກອື່ນໆອີກເຊັ່ນ: ເດີ່ນບານເຕະ, ເດີ່ນບານສົ່ງ ແລະເດີ່ນກະຕໍ້...ແລະຢູ່ບໍລິເວນດ້ານນອກ ແລະອ້ອມຮອບ ຫໍພັກ ຍັງມີຮ້ານຄ້າ, ຮ້ານອາຫານ, ບ່ອນຝາກລົດຈັກ, ບ່ອນຝາກລົດຈັກໄຟຟ້າ ແລະມີຕະຫຼາດ ເຊິ່ງໄດ້ໃຫ້ຄວາມສະດວກແກ່ນັກສຶກສາທີ່ເຂົ້າພັກໄດ້ເປັນຢ່າງດີ. 

         ທ່ານ ຢີເຮີ່ ເບຼ່ຍຊ່ອງ ຫົວໜ້າຫ້ອງການຄຸ້ມຄອງຫໍພັກນັກສຶກສາ ມຊ ໄດ້ກ່າວໃຫ້ຮູ້ອີກວ່າ: ຫໍພັກ ມຊ ນອກຈາກມີຄວາມສະດວກໃຫ້ແກ່ຜູ້ເຂົ້າພັກອາໃສຫຼາຍໆດ້ານແລ້ວ, ຍັງມີຄວາມສະຫງົບປອດໄພ, ມີຄວາມສະອາດຈົບງາມ; ເນື່ອງຈາກເປັນຫໍພັກທີ່ມີການບໍລິຫານຈັດການ ຂອງຫ້ອງການຄຸ້ມຄອງຫໍພັກນັກສຶກສາ. ໃນແຕ່ລະປີ ຫໍພັກນັກສຶກສາ ມຊ ແມ່ນໄດ້ຮອງຮັບນັກສຶກສາເຂົ້າພັກໄດ້ເຖິງ 1,000 ກວ່າຄົນ  ແລະເພື່ອປະຕິບັດຕາມແຜນພັດທະນາ ມຊ ໃນອະນາຄົດ ກໍຄື ກຽມຄວາມພ້ອມຕອບສະໜອງ ຄວາມຕ້ອງການຂອງນັກສຶກສາທັງພາຍໃນ ແລະຕ່າງປະເທດ ທີ່ຈະເຂົ້າໄປສຶກສາຢູ່ໃນ ມຊ; ປັດຈຸບັນ ມຊ ກໍພວມດໍາເນີນການປະຕິບັດໂຄງການກໍ່ສ້າງຫໍພັກນັກສຶກສາຫຼັງໃໝ່ ທົດແທນຫໍພັກເກົ່າທີ່ຊຸດໂຊມ(ບໍ່ສາມາດນໍາໃຊ້ໄດ້) ຈໍານວນຫຼາຍຫຼັງ ແລະນອກຈາກຫໍພັກນັກສຶກສາໃນວິທະຍາເຂດດົງໂດກແລ້ວ, ຄະນະວິສະວະກໍາສາດຢູ່ວິທະຍາເຂດໂສກປ່າຫຼວງ, ຄະນະນິຕິສາດ ແລະລັດຖະສາດ ຢູ່ວິທະຍາເຂດດອນນົກຂຸ້ມ, ຄະນະກະເສດສາດ ຢູ່ວິທະຍາເຂດນາບົງ ແລະຄະນະຊັບພະຍາກອນນໍ້າ ຢູ່ວິທະຍາເຂດຕາດທອງ ກໍມີຫໍພັກໄວ້ຮອງຮັບນັກສຶກສາຢ່າງພຽງພໍ. 

         ແລະຢູ່ໃນລະຫວ່າງການເລີ່ມລົງມືດໍາເນີນໂຄງການກໍ່ສ້າງຫໍພັກນັກສຶກສາໃໝ່ ທີ່ມີສິ່ງອຳນວຍຄວາມສະດວກຕ່າງໆເຊັ່ນ: ສະໜາມກິລາ, ລານອາເນປະສົງ, ສູນອອກກຳລັງກາຍໃນຮົ່ມ, ຮ້ານອາຫານ, ຮ້ານສະດວກຊື້ ແລະສູນບໍລິການອື່ນໆ ທີ່ທັນໄໝກວ່າເກົ່າ ເຊິ່ງຈະສາມາດຮອງຮັບນັກສຶກສາທັງພາຍໃນ ແລະນັກສຶກສາຕ່າງປະເທດໄດ້.

WhatsApp Image 2025 09 11 at 11.36.20 AM

WhatsApp Image 2025 09 11 at 11.36.21 AM 1

WhatsApp Image 2025 09 11 at 11.36.21 AM