Select your language

ໃນວັນທີ 23 ກັນຍາ 2025, ທີ່ຫ້ອງຮັບແຂກຕຶກສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ທ່ານ ທອງສຸກ ແກ້ວມະນີ ຮອງອະທິການບໍດີ ມຊ ແລະ ຫົວໜ້າຫ້ອງການທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການຢ້ຽມຢາມ ຂອງຄະນະນໍາ ຄູ-ອາຈານຈາກ ວິທະຍາໄລເຕັກນິກວິຊາຊີບ Xishuangbanna ສປ ຈີນ, ນໍາໂດຍ ທ່ານ ນາງ Mao Weihong ຮອງຜູ້ອຳນວຍການວິທະຍາໄລເຕັກນິກວິຊາຊີບ Xishuangbanna.

       ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ລາຍງານສະພາບລວມຂອງຝ່າຍຕົນ ໃຫ້ກັນ ແລະກັນຊາບ ແລະໄດ້ເວົ້າເຖິງການຮ່ວມມືໃນໄລຍະຜ່ານມາ; ເຊິ່ງນັບແຕ່ 2008 ເປັນຕົ້ນມາ ວິທະຍາໄລເຕັກນິກວິຊາຊີບ Xishuangbanna ໄດ້ນໍາສົ່ງນັກສຶກສາມຮຽນພາສາລາວຢູ່ ມຊ ທັງໝົດ 246 ຄົນ  ເຊິ່ງນັກສຶກສານອກຈາກຈະໄດ້ຮຽນພາສາລາວແລ້ວ, ຍັງໄດ້ຮຽນຮູ້ວິຖີຊີວິດ, ວັດທະນະທຳຂອງປະເທດ ແລະບາງຄົນກໍໄດ້ປະກອບກິດຈະການຢູ່ປະເທດລາວເຊັ່ນກັນ.

         ສໍາລັບສົກສຶກສານີ້ ວິທະຍາໄລເຕັກນິກວິຊາຊີບ Xishuangbanna ໄດ້ສົ່ງນັກສຶກສາມາຮຽນ ທີ່ ມຊ ທັງຫມົດ 9 ຄົນ. ພ້ອມນັ້ນ ທັງສອງຝ່າຍຍັງຈະສືບຕໍ່ຂະຫຍາຍການຮ່ວມມືຜ່ານຂອບການລົງນາມໃນໄລຍະຜ່ານມາ ເຊັ່ນ ການຮ່ວມມືທາງດ້ານວິຊາການ, ການແລກປ່ຽນພະນັກງານ, ຄູ-ອາຈານ, ຈັດເຝິກອົບຮົມ ແລະຈັດຂະບວນທັດສະນະສຶກສາໃນໄລຍະສັ້ນ ເປັນຕົ້ນ.

ຮູບພາບບັນຍາກາດ