ໃນວັນທີ 25 ກັນຍາ 2025, ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ (ສລຍ), ມະຫາວິທະຍາໄລແຫ່ງຊາດ ໂດຍພາຍໃຕ້ການສະໜັບສະໜູນຂອງອົງການຮ່ວມມືສາກົນຂອງຍີ່ປຸ່ນ (JICA) ໄດ້ຈັດງານແຂ່ງຂັນແຜນທຸລະກິດ LJI SUSU Scale-Up ຊຸດທີ 3 ຮ່ວມກັບ ກົມສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ພາຍໃຕ້ການຊີ້ນຳຂອງກະຊວງອຸດສາຫະກຳ ແລະ ການຄ້າ (MOIC) ເເລະ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍານະຄອນຫຼວງວຽງຈັນ (JETRO) ທີ່ຫ້ອງປະຊຸມໂຮງແຮມລາວພຣາຊ່າ ໂດຍການເຂົ້າຮ່ວມຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (H.E. Mr. Tsutomu Koizumi), ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ໂນບຸຢູກິ ໂກເບ (Mr. Nobuyuki Kobe) ຜູ້ຕາງໜ້າອາວຸໂສ ຫ້ອງການໄຈກາປະຈໍາລາວ (JICA), ທ່ານ ນາງ ປະລິນຍາເອກ. ມະໄລຄໍາ ພິລາພອນ ຮອງຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ກຈນກ) ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ປະລິນຍາເອກ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍແຂກຖືກເຊີນ, ພະນັກງານ, ຄູ-ອາຈານ ແລະຜູ້ເຂົ້າຮ່ວມແຂ່ງຂັນ.
ໂຄງການດັ່ງກ່າວມີຈຸດປະສົງເພື່ອສ້າງທ່າແຮງໃນການແຂ່ງຂັນ ແລະ ການສ້າງເຄື່ອຂ່າຍທາງທຸລະກິດໃຫ້ບັນດາຫົວໜ່ວຍທຸລະກິດ ເຊິ່ງຕິດພັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເປັນຕົ້ນແມ່ນປະເທດຍີ່ປຸ່ນໂດຍ ສລຍ ໄດ້ເປີດໂຄງການ LJI SUSU (Scale-Up) ພາຍໃຕ້ໂຄງການພັດທະນາທຸລະກິດໃນ ເດືອນ ຕຸລາ 2021 ເປັນຕົ້ນມາ.
ສຳລັບປີນີ້ ມີນັກທຸລະກິດທີ່ສະໝັກເຂົ້າຮ່ວມແຂ່ງຂັນທັງໝົດເກືອບ 70 ບໍລິສັດ, ມີ 14 ບໍລິສັດໄດ້ຮັບການຄັດເລືອກໃຫ້ຜ່ານເຂົ້າຮ່ວມການແຂ່ງຂັນແຜນທຸລະກິດໃນຮອບທຳອິດຂອງໂຄງການ LJI SUSU ທີ່ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2025 ນີ້ ເຊິ່ງການຈັດງານເປັນ 2 ຮູບແບບກໍຄື ແບບເຊິ່ງໜ້າ ແລະ ແບບອອນລາຍ.ນອກຈາກນີ້ ທັງ 14 ບໍລິສັດຍັງໄດ້ຮັບການຝຶກອົບຮົມ, ທົບທວນຮູບແບບ ແລະ ແຜນການດຳເນີນທຸລະກິດພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານສະເພາະດ້ານທີ່ມີຄຸນວຸດທິສູງທີ່ມາຈາກທັງພາຍໃນປະເທດ ແລະ ຕ່າງປະເທດເຊັ່ນ ມາຈາກຍີ່ປຸ່ນ ແລະ ປະເທດໄທ ເພື່ອຄົ້ນຫາການຮ່ວມມືໃນທຸລະກິດ ແລະໂອກາດອື່ນໆ ເປັນໄລຍະເວລາ 1 ເດືອນເຄິ່ງ. ຜ່ານການແຂ່ງຂັນ ແລະນຳສະເໜີແຜນທຸລະກິດຜົນຜະກົດວ່າທີມທີ່ໄດ້ຮັບລາງວັນ JICA Awards ອັນດັບທີ່ 1 ໄດ້ແກ້ທີມ Taleaw craft and sustainable design center ຈາກບໍລິສັດ Herworks Individual Enterprise ໄດ້ຮັບເງິນລາງວັນຈຳນວນ 16.000 ໂດລາ; ສ່ວນອີກ 3 ທີມປະກອບມີ Sa-ard D Self-Service Car Wash ຈາກບໍລິສັດ Saduak Dee Automation Group Co., Ltd, Sensorclouds ຈາກບໍລິສັດ Sensornode IoT Technology Sole Co., Ltd, Print Squares ຈາກບໍລິສັດ Print Squares Sole Co., Ltd ແລະ The Green Mushroom ຈາກບໍລິສັດ Viyada Industrial Plantation Export-Import Sole Co., Ltd ໄດ້ຮັບລາງວັນທີມລະ 11.000 ໂດລາ. ພ້ອມນັ້ນ ພາຍໃນງານຍັງມີລາງວັນ ລາງວັນຈາກ LOCA ໂດຍທີມທີ່ໄດ້ແມ່ນ Sa-ard D Self-Service Car Wash ຈາກບໍລິສັດ Saduak Dee Automation Group Co., Ltd ເເລະ Sensorclouds ຈາກບໍລິສັດ Sensornode IoT Technology Sole Co., Ltd ແລະ ລາງວັນຈາກ ທະນາຄານ ມາຣູຮານ ເຈແປນ ລາວ ໂດຍທີມທີ່ໄດ້ແມ່ນ Sa-ard D Self-Service Car Wash ຈາກບໍລິສັດ Saduak Dee Automation Group Co., Ltd.