Select your language

ໃນວັນທີ 6 ຕຸລາ 2025, ທີ່ຫ້ອງປະຊຸມ 205 ມະຫາວິທະຍາໄລແຫ່ງຊາດ, ຄະນະຮັບຜິດຊອງໂຄງການ Tourism-Zero, Erasmus+ Programme in CBHE, ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັັບການພັດທະນາ 04 ລາຍວິຊາສອນກ່ຽວກັບການຈັດການສິ່ເສດເຫຼືອເປັນສູນໃນຂະແໜງທ່ອງທ່ຽວ ແລະ ການບໍລິການ. ໂດຍການເຂົ້າເປັນປະທານຂອງ ທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ, ຮອງອະທິການບໍດີ ມຊ, ມີຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການ Tourism-Zero ຢູ່ ມຊ ໄດ້ເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ, ມີຜູ້ຕາງໜ້າຈາກຫົວໜ່ວຍທຸລະກິດຕ່າງໆ (ເຊັ່ນ: ບໍລິສັດທີ່ປຶກສາດ້ານສິ່ງແວດລ້ອມ, ໂຮງແຮມ) ແລະ ພະນັກງານ-ອາຈານ ຈາກ ຄະນະວິທະຍາສາດສິ່ງແວດລ້ອມ, ຄະນະວິທະຍາສາດສັງຄົມ, ແລະ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ເຂົ້າຮ່ວມ. ກອງປະຊຸມໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບໂຄງຮ່າງລາຍວິຊາ, ໂດຍສະເພາະເນື້ອໃນບົດຮຽນ, ວິທີການສອນ, ຜົນການຮຽນ, ການປະເມີນ, ແລະ ການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ລາຍວິຊາດັ່ງກ່າວມີຄຸນນະພາບ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງໃນຕະຫຼາດແຮງງານ. ນອກຈາກນີ້, ຍັງໄດ້ປຶກສາຫາລືເຖິງຄວາມເປັນໄປໄດ້ໃນການເປີດຫຼັກສູດໄລຍະສັ້ນສໍາລັບຜູ້ປະກອບ ແລະ ອົງການຈັດຕັ້ງຕ່າງໆ ທີ່ສົນໃຈຍົກລະດັບຄວາມຮູ້ ແລະ ທັກສະກ່ຽວກັບການປະເມີນຜົນກະທົບດ້ານສິ່ງແວດລ້ອມໃນຂະແໜງການຂອງຕົນ, ການທ່ອງທ່ຽວເຊິງນິເວດ, ແລະ ຕິດຕາມປະເມີນຜົນການຈັດຕັ້ງປະຕິບັດຕົວຈິງ. ລາຍວິຊາທີ່ກໍາລັງພັດທະນາພາຍໃຕ້ໂຄງການ Tourism-Zero ປະກອບມີ:

1. ວິຊາທີ 1: ການບໍລິໂພກທີ່ມີຄວາມຮັບຜິດຊອບ ແລະ ຜົນກະທົບຂອງສິ່ງເສດເຫຼືອຕໍ່ພາວະໂລກຮ້ອນ

2. ວິຊາທີ 2: ກິດຈະກໍາການທ່ອງທ່ຽວ ແລະ ການບໍລິການທີ່ຫຼຸດຜ່ອນສິ່ງເສດເຫຼືອ

3. ວິຊາທີ 3: ການຈັດການສິ່ງເສດເຫຼືອໃນເຂດເທດສະບານ

4. ວິຊາທີ 4: ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ

ທ່ານສາມາດຕິດຕາມກິດຈະກໍາພວກເຮົາໄດ້ທີ່: www.tourismzero.com

ຮູບພາບບັນຍາກາດ