Select your language

ໃນຕອນເຊົ້າ ວັນທີ 31 ຕຸລາ 2025 ສະຖາບັນຂົງຈື(ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ປະກາດການຈັດຕັ້ງຂັ້ນຮອງຜູ້ອຳນວຍການ ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ພ້ອມດ້ວຍຮອງຜູ້ອຳນວຍການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ໃນພິທີ ທ່ານ ຄຳເຟືອງ ລໍວັນໄຊ ຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະກີລາ ສະບັບເລກທີ 6596/ສສກ, ລົງວັນທີ 17 ກັນຍາ 2025 ວ່າດ້ວຍການແຕ່ງຕັ້ງ ພະນັກງານດຳລົງຕຳແໜ່ງບໍລິຫານ ຂອງມະຫາວິທະຍາໄລແຫ່ງຊາດ ໂດຍໄດ້ຕົກລົງແຕ່ງຕັ້ງ ທ່ານ ຈີນດາວົງ ໄຊຍະສິນ ເປັນຮອງຜູ້ອຳນວຍການສະຖາບັນຂົງຈື ມຊ.

       ໃນພິທີໄດ້ຮັບຟັງການໂອ້ລົມ ຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໂດຍທ່ານໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບຜູ້ທີ່ໄດ້ຮັບຕຳແໜ່ງຮອງຜູ້ອໍານວຍການ ສະຖາບັນຂົງຈື ຄົນໃໝ່ ແລະພ້ອມທັງກ່າວເນັ້ນໝັກໃຫ້ຄະນະຜູ້ບໍລິຫານຂອງສະຖາບັນຂົງຈື ສືບຕໍ່ນໍາພາທຸກວຽກງານພາຍໃນ ສະຖາບັນຂົງຈື ໂດຍສະເພາະແມ່ນ ພັດທະນາການຮຽນ-ການສອນໃຫ້ດີຂຶ້ນເລຶ້ອຍໆ.

ພາບບັນຍາກາດ