Select your language

ໃນວັນທີ 29 ຕຸລາ 2025, ສະຫະພັນແມ່ຍິງ ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດກອງປະຊຸມສະຫຼຸບບັ້ນແຂ່ງຂັນ 3 ດີ (ພົນລະເມືອງ,​ ພັດທະນາດີ ແລະ ສ້າງຄອບຄົວດີ)  ປະຈໍາປີ 2025 ແລະເປີດບັ້ນແຂ່ງຂັນ 3 ດີ ປະຈໍາປີ 2026 ທີ່ຫ້ອງປະຊຸມສະໂມສອນໃຫຍ່ ມຊ, ໂດຍການເປັນປະທານຂອງ ສະຫາຍ ຮສ. ປອ. ນາງ ສົມຄິດ ບູລິດໍາຄະນະພັກມະຫາວິທະຍາໄລແຫ່ງຊາດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງແມ່ຍິງ, ສະຫາຍ ປອ. ນາງ ໃບສີ ວາເນັ່ງຈື ຄະນະສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ມຊ ພ້ອມດ້ວຍສອງອົງການຈັດຕັ້ງພາຄີິ ສະຫະພັນກຳມະບານ ແລະຊາວໜຸ່ມ ມຊ, ມີບັນດາຄະນະພັກຮາກຖານ, ສະຫະພັນແມ່ຍິງຮາກຖານ ແລະເອື້ອຍ-ນ້ອງສະມາຊິກແມ່ຍິງເຂົ້າຮ່ວມ.

ໃນພິທີ, ສະຫາຍ ປອ. ນາງ ໃບສີ ວາເນັ່ງຈື ກໍໄດ້ກ່າວເປີດພິທີ ແລະມີຄຳເຫັນໃນທີ່ປະຊຸມ ເຊິ່ງສະຫາຍໄດ້ສະເໜີເນື້ອໃນຂອງການຈັດກອງປະຊຸມໃນການຄັ້ງນີ້ແມ່ນມີຫຼາຍເນື້ອໃນໂດຍສະເພາະກໍແມ່ນ ການສະຫຼຸບບັ້ນແຂ່ງຂັນ 3 ດີ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະຈະໄດ້ຮັບການເຜີຍແຜ່ເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດສະໄໝທີ IX ແລະບົດໂອ້ລົມ ຂອງສະຫາຍ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ; ພ້ອມທັງມອບ-ຮັບການຍ້ອງຍໍອີກດ້ວຍ.

ສະຫາຍ ຮສ. ນາງ ສົມສະໜຸກ ສິລິບຸນທັນ ຮອງປະທານສະຫະພັນແມ່ຍິງ ມຊ ກໍໄດ້ຂຶ້ນເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດສະໄໝທີ IX ແລະ ສະຫາຍ ນາງ ສົມພອນ ລໍລະຈັກ ຮອງປະທານສະຫະພັນແມ່ຍິງ ມຊ ກໍໄດ້ຜ່ານບົດໂອ້ລົມຂອງສະຫາຍ ປອ. ບຸນທອງ ຈິດມະນີ ກຳມະການກົມການເມືອງ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ; ພ້ອມນັ້ນ ເພື່ອເປັນການຢັ້ງຢືນເຖິງຜົນງານໃນການຈັດຕັ້ງ-ປະຕິບັດ ຂໍ້ແຂ່ງຂັນ 3 ດີໃນໄລຍະຜ່ານມາໃນພິທີກໍໄດ້ມີການຮັບທຸງໄຊ 3 ດີ ໃຫ້ກັບຄະນະບໍລິຫານງານສະຫະພັນແມ່ຍິງ ມຊ.

ໃນບັ້ນແຂ່ງຂັນ 3 ດີ ປະຈຳປີ 2025 ນີ້ ສະຫະພັນແມ່ຍິງ ມຊ ໄດ້ຮັບການຍ້ອງຍໍທັງໝົດ 17 ຮາກຖານ, 89 ໜ່ວຍ ມີສະມາຊິກແມ່ຍິງໄດ້ຮັບການຍ້ອງປະເພດ ​I ທັງໝົດ 727 ສະຫາຍ ແລະປະເພດ II ທັງໝົດ 37 ສະຫາຍ.

ທ້າຍພິທີ, ສະຫາຍ ຮສ. ປອ. ນາງ ສົມຄິດ ບູລິດຳ ກໍໄດ້ໂອ້ລົມ ແລະມີຄຳເຫັນໃນທີ່ປະຊຸມ ໂດຍສະຫາຍໄດ້ກ່າວວ່າ: ມາຮອດປັດຈຸບັນພັກລັດໄດ້ຍົກສູງພາລະບົດບາດຂອງແມ່ຍິງໃຫ້ເທົ່າທຽບເພດຊາຍ, ເນັ້ນໃຫ້ແມ່ຍິງທຸກສະຫາຍຈົ່ງສືບຕໍ່ພັດທະນາຄວາມຮູ້ຄວາມສາມາດຂອງຕົນເອງ ໂດຍການໄປຍົກລະດັບຢູ່ຕ່າງປະເທດ, ເຂົ້າຮ່ວມການເຝິກອົບຮົມ ຫຼື ກິດຈະກຳຕ່າງໆໃນລະດັບສາກົນ ເພື່ອເປັນການພັດທະນາທັກສະຂອງຕົນເອງ; ຕໍ່ກັບຜົນງານຕ່າງໆທີ່ບັນດາເອື້ອຍນ້ອງແມ່ຍິງສາມາດຍາດມາໄດ້ນັ້ນ ໄດ້ສະແດງໃຫ້ເຫັນຜົນງານຂອງການນຳພາຂອງຄະນະສະຫະພັນແມ່ຍິງ ມຊ ເວົ້າລວມເວົ້າສະເພາະກໍ່ແມ່ນເອື້ອຍນ້ອງແມ່ຍິງທຸກສະຫາຍ ໂດຍການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະສືບຕໍ່ຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວ.

ພາບບັນຍາກາດ