Select your language

ໃນວັນທີ 7 ພະຈິກ 2025 ນີ້ ທີ່ໂຮງແຮມລາດຊະວົງ ນະຄອນຫຼວງວຽງຈັນ ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນເຈົ້າພາບ ຈັດກອງປະຊຸມວິທະຍາສາດ ລະດັບສາກົນ ຄັ້ງທີ 3 (The 3rd International Conference on Social and Development and Natural Science) ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ຫຼ້າວັນ ວົງຄຳສານ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ, ມີທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ, ມີບັນດານັກຄົ້ນຄວ້າວິທະຍາສາດ ຈາກສະຖາບັນການສຶກສາ, ມະຫາວິທະຍາໄລ ທັງພາຍໃນ ແລະ ຕ່າງປະເທດ ແລະນັກສຶກສາເຂົ້າຮ່ວມຫຼາຍກວ່າ 150 ທ່ານ.

ໂອກາດສໍາຄັນນີ້ ທ່ານ ຮສ. ປອ. ຫຼ້າວັນ ວົງຄຳສານ ຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກີລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຮູ້ສຶກດີໃຈເປັນຢ່າງຍິ່ງ ທີີ່ໄດ້ມີໂອກາດ ມາພົບປະໂອ້ລົມບັນດານັກຄົ້ນຄວ້າວິທະຍາສາດ ໃນກອງປະຊຸມຄັ້ງນີ້, ເຊິ່ງເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ພ້ອມທັງເປັນການສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 38 ປີ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 29 ປີ (5 ພະຈິກ 1996 – 5 ພະຈິກ 2025). ກອງປະຊຸມວິທະຍາສາດລະດັບສາກົນ ຄັ້ງທີ 3 ຈັດຂຶ້ນເພື່ອສ້າງຄວາມເຂັ້ມແຂງໃນການປະດິດຄິດແຕ່ງ ແລະ ຜົນງານວິທະຍາສາດ ໂດຍຜ່ານການຄົ້ນຄວ້າ, ເປັນເວທີສົນທະນາແລກປ່ຽນ ເພື່ອສະແດງເຖິງຄວາມສາມາດດ້ານການຄົ້ນຄວ້າດ້ານວິທະຍາສາດ. ປັດຈຸບັນ ມີນັກຄົ້ນຄວ້າຂອງລາວເຮົາຫຼາຍທ່ານ ກຳລັງດຳເນີນການເຮັດການຄົ້ນຄວ້າວິໄຈບໍ່ວ່າຈະຢູ່ພາຍໃນ ແລະ ຕ່າງປະເທດ ລ້ວນແລ້ວສຸມໃສ່ງານຄົ້ນຄວ້າຂອງຕົນເພື່ອນຳເອົາຜົນງານດັ່ງກ່າວມາຮັບໃຊ້ແຜນພັດທະນາເສດຖະກິດ-ສັງຄົມ. ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາ ເຫັນໄດ້ເຖິງຄວາມສຳຄັນຂອງວຽກງານຄົ້ນຄວ້າວິທະຍາສາດ, ເຫັນໄດ້ເຖິງຄວາມຕັ້ງໃຈ, ຢຶດໝັ້ນໃນອຸດົມການ ແລະ ນໍ້າໃຈເສຍສະຫຼະຂອງນັກວິທະຍາສາດຂອງພວກເຮົາ. ແນວໃດກໍຕາມ ເພື່ອໃຫ້ວຽກງານການຄົ້ນຄວ້າວິທະຍາສາດ ໄດ້ຮັບໝາກຜົນສຳເລັດຍິ່ງໃຫຍ່ກວ່າເກົ່າ. ສະນັ້ນ, ບັນດາຄະນະນຳ, ນັກຄົ້ນຄວ້າ, ນັກວິທະຍາສາດ ແລະ ນັກຮຽນຮູ້ປັນຍາຊົນ ຕ້ອງຄົ້ນຄິດພິຈາລະນາອີກຕື່ມ ຄື:

1)ວຽກງານວິທະຍາສາດແມ່ນມີຄວາມສຳຄັນ ແລະ ຕິດພັນກັບທຸກຂະແໜງການ ສະນັ້ນ ຈົ່ງມີສະຕິຮ່ວມກັນຄົ້ນຄວ້າປະດິດຄິດສ້າງສິ່ງໃໝ່ ແລະ ຕ້ອງມີຈັນຍາບັນ- ຈັນຍາທຳ ຕໍ່ອາຊີບນັກຄົ້ນຄວ້າຢ່າງເຂັ້ມງວດ;

2) ສຸມໃສ່ຄົ້ນຄວ້າວິທະຍາສາດ ໃຫ້ມີສິ່ງໃໝ່ໆພົ້ນເດັ່ນຫຼາຍຂຶ້ນ ແລະ ເຜີຍແຜ່ອອກສູ່ສາຍຕາຂອງສັງຄົມ ທັງເປັນທີ່ຍອມຮັບທັງພາຍໃນ ແລະ ສາກົນ;

3) ໃຫ້ບັນດາຄະນະນຳຂອງສະຖາບັນການສຶກສາ, ມະຫາວິທະຍາໄລ ເອົາໃຈໃສ່ຊຸກຍູ້ ແລະ ລະດົມແນວຄິດ ສ້າງນັກຮຽນ ນັກສືກສາ ເພື່ອໃຫ້ກາຍເປັນນັກວິທະຍາສາດ ທີ່ມີແນວຄິດຮັກຊາດ ຮັກການຄົ້ນຄວ້າ ແລະ ກາຍເປັນນັກວິທະຍາສາດ ໜຸ່ມນ້ອຍ ທີ່ຫ້າວຫັນ, ມີນ້ຳໃຈເສຍສະຫຼະ, ມີຄວາມສາມັກຄີ, ມິດຕະພາບ ແລະ ມີຫົວຄິດປະດິດສ້າງ ອັນທັນສະໄໝ ແລະອັນສຸດທ້າຍ ໃຫ້ພະຍາຍາມນຳໃຊ້ວິທະຍາສາດ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃນການດຳລົງຊີວິດຂອງປະຊາຊົນ ກໍຄືການພັດທະນາເສດຖະກິດ ແລະສັງຄົມ ຢ່າງເປັນຮູບປະທຳ.

ທັງນີ້, ໃນກອງປະຊຸມ ບັນດານັກຄົ້ນຄວ້າວິທະຍາສາດ ໄດ້ຂຶ້ນນຳສະເໜີໃນຫົວຂໍ້ຕ່າງໆ ພ້ອມທັງມີຄຳເຫັນແລກປ່ຽນໃນທາງທີ່ສ້າງສັນ ພ້ອມດຽວກັນນັ້ນ, ໃນໄລຍະດຳເນີນກອງປະຊຸມ ບັນດານັກວິຊາການທີ່ເຂົ້າຮ່ວມປະຊຸມ ຍັງໄດ້ແຍກຫ້ອງນຳສະເໜີໂດຍແບ່ງອອກເປັນ 5 ຫ້ອງເພື່ອໃຫ້ນັກຄົ້ນຄວ້າໄດ້ນຳສະເໜີບົດຂອງຕົນເອງໂດຍຜ່ານອອນລາຍ ແລະແບບເຊິ່່ງໜ້າ.

ພາບບັນຍາກາດ