ໃນວັນທີ 12 ພະຈິກ 2025, ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (ສລຍ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ພິທີມອບ-ຮັບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2025 (HONDA Young Engineering and Scientist Award in Lao PDR 2025) ໂດຍການເຂົ້າຮ່ວມຂອງທ່ານ ສຈ. ທາເກະໂອະ ອາລິໂມໂຕະ ຜູ້ອຳນວຍການບໍລິຫານຂອງມູນນິທິຮອນດາ ປະເທດຍີ່ປຸ່ນ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານຜູ້ອຳນວຍ ສລຍ, ແຂກຖືກເຊີນ, ຄະນະກຳມະການລາງວັນຮອນດາ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.
ໃນພິທີທ່ານ ປອ. ພອນແກ້ວ ຈັນທະມາລີ ຜູ້ອໍານວຍການ ສລຍ ກໍໄດ້ສະຫຼຸບການດໍາເນີນງານໃນການຄັດເລືອກໃນປີນີ້ ເຊິ່ງໄດ້ໃຫ້ຮູ້ວ່າ: ໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2025 ແມ່ນເປັນປີທີ 18 ແລ້ວ ທີ່ ສປປ ລາວ ໄດ້ຈັດຕັ້ງແຂ່ງຂັນລາງວັນຮອນດາສຳລັບນັກວິທະຍາສາດ ແລະນັກວິສະວະກອນໜຸ່ມຢູ່ ສປປ ລາວ, ໂດຍໄດ້ເລີ່ມຈັດພິທີປະຖົມນິເທດໃຫ້ກັບນັກສຶກສາທີ່ກຳລັງສຶກສາຢູ່ໃນປີທີ 2, 3, 4 ໃນ 4 ຄະນະວິຊາຄື: ຄະນະວິສະວະກຳສາດ (ຄວສ), ຄະນະຊັບພະຍາກອນນໍ້າ (ຄຊນ), ຄະນະວິທະຍາສາດທຳມະຊາດ (ຄວທ) ແລະຄະນະສະຖາປັດຕະຍະກຳສາດ (ຄສປ) ມີຜູ້ສະໝັກທັງໝົດ 123 ຄົນ, ຫຼັງຈາກນັ້ນກໍໄດ້ຈັດການສອບເສັງຄັດເລືອກດ້ວຍການຂຽນຄັ້ງທີ1 ໃນຫົວຂໍ້ສະເພາະເປັນພາສາລາວ ໂດຍມີນັກສຶກສາທີ່ຜ່ານມາການຄັດເລືອກແບບຟອມມາສອບເສັງທັງໝົດ 40 ຄົນ (ຍິງ 19 ຄົນ) ໃນຕົ້ນເດືອນກໍລະກົດ ແລະສອບເສັງຂຽນເປັນພາສາອັງກິດ ຄັ້ງທີ2 ມີນັກສຶກສາຜ່ານການຄັດເລືອກທັງໝົດ 19 ຄົນ (ຍິງ 13 ຄົນ) ໃນທ້າຍເດືອນກໍລະກົດ; ແລະຂັ້ນຕອນສຸດທ້າຍຮອບສຳພາດ ມີຜູ້ຜ່ານເຂົ້າມາທັງໝົດ 10 ຄົນ (ຍິງ 8 ຄົນ) ໃນນັ້ນເປັນນັກສຶກສາທີ່ມາຈາກຄະນະວິສະວະກຳສາດ 2 ຄົນ, ຄະນະວິທະຍາສາດທຳມະຊາດ 4 ຄົນ (ຍິງ 2 ຄົນ) ແລະຄະນະສະຖາປັດຕະຍະກຳສາດ 4 ຄົນ ເພື່ອຄັດເລືອກເອົາ 2 ນັກສຶກສາທີ່ໄດ້ຄະແນນຫຼາຍທີ່ສຸດເພື່ອຮັບລາງວັນ.
ຜ່ານການແຂ່ງຂັນຜົນປະກົດວ່າ ນາງ ພອນສະຫວັນ ສຸນາເຄນ ນັກສຶກຈາກພາກວິຊາວິສະວະກຳຄອມພິວເຕີ ຄະນະວິສະວະກຳສາດ ແລະນາງ ສຸນາ ທໍ່ຈົງເລ່ຍຈີ ນັກສຶກສາຈາກພາກວິຊາອອກແບບຜະລິດຕະພັນ-ຕົກແຕ່ງ ຄະນະສະຖາປັດຕະຍະກຳສາດ ໄດ້ຮັບລາງວັນຮອນດາ ສຳລັບນັກວິທະຍາສາດ ແລະນັກວິສະວະກອນໜຸ່ມຢູ່ ສປປ ລາວ ປະຈຳປີ 2025 ເຊິ່ງຈະໄດ້ຮັບຫຼຽນລາງວັນ, ໃບຢັ້ງຢືນ ພ້ອມກັບທຶນການສຶກສາຜູ້ລະ 3,000 ໂດລາ, ສ່ວນນັກສຶກສາ 8 ຄົນໄດ້ຮັບລາງວັນຊົມເຊີຍ. ເປັນກຽດມອບລາງວັນໃນຄັ້ງນີ້ໂດຍທ່ານ ສຈ. ທາເກະໂອະ ອາລິໂມໂຕະ ແລະທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ