Select your language

ໃນວັນທີ 11 ພະຈິກ 2025 ທີ່ສຳນັກງານອະທິການບໍດີ ມຊ, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ມີພິທີລົງນາມການຮ່ວມມືທາງດ້ານວິຊາການຮ່ວມກັບ ມະຫາວິທະຍາໄລເທກຽວ ປະເທດຍີ່ປຸ່ນ ໂດຍລົງນາມຕາງຝ່າຍ ມຊ ໂດຍທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ ແລະລົງນາມຕາງໜ້າຝ່າຍ ມະຫາວິທະຍາໄລເຕກຽວ ປະເທດຍີ່ປຸ່ນ ໂດຍທ່ານ Dr. Yoshihito Okinaea ອະທິການບໍດີ ມະຫາວິທະຍາໄລເຕກຽວ ປະເທດຍີ່ປຸ່ນ, ມີທ່ານ ສຈ. ປອ. ພູເພັດ ກ້ຽວພິລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ຄະນະອາຈານຈາກມະຫາວິທະຍາໄລເທກຽວ, ຮອງຫົວໜ້າຄະນະວິຊາ ຄະນະເສດຖະສາດ ແລະບໍລິຫານທຸລະກິດ, ຫົວໜ້າຫ້ອງການ, ພະນັກງານ ແລະຄູ-ອາຈານ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

 ມຊ ແລະ ມະຫາວິທະຍາໄລເຕກຽວ ປະເທດຍີ່ປຸ່ນ ໄດ້ເລີ່ມຕົ້ນລົງນາມການຮ່ວມມື ດ້ານວິຊາການແຕ່ປີ 2017 – 2022 ເປັນຕົ້ນມາ ທີ່ນະຄອນຫຼວງກຽວໂຕ ປະເທດຍີ່ປຸ່ນ ໃນຂອບເຂດການຮ່ວມມືດ້ານວິຊາການ ໂດຍສະເພາະກໍແມ່ນການແລກປ່ຽນນັກສຶກສາໃນສາຂາວິຊາເສດຖະສາດ ແລະບໍລິຫານທຸລະກິດ ໂດຍຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ເປັນຜູ້ຈັດຕັ້ງປະຕິບັດ, ຜ່ານການຮ່ວມມືໃນໄລຍະ 2017-2025 ທັງສອງຝ່າຍໄດ້ເອົາໃຈໃສ່ປະສານງານ ແລະດຳເນີນກິດຈະກຳແລກປ່ຽນນັກສຶກສາ ແລະຄູ-ອາຈານ ຢ່າງມີປະສິດທິພາບ; ມີນັກສຶກສາທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການແລກປ່ຽນໃນລະດັບປະລິນຍາຕີທັງໝົດ 20 ຄົນ (ສຳເລັດການສຶກສາແລ້ວ 16 ຄົນ) ທີ່ມະຫາວິທະຍາໄລເຕກຽວພາຍໃຕ້ລະບົບ 2ໍ+2 ສາຂາວິຊາເສດຖະສາດ (ປິທີ 1-2 ຮຽນຢູ່ ຄສບ ມຊ, ປິທີ 3-4 ຮຽນຢູ່ມະຫາວິທະຍາໄລເຕກຽວ) ເຊິ່ງຈະໄດ້ຮັບປາກາສະນີຍະບັດຈາກທັງສອງມະຫາວິທະຍາໄລ. ນອກນັ້ນ ຍັງມີນັກສຶກສາ 3 ຄົນ (ໃນຈໍານວນ 20 ຄົນ) ໄດ້ຮັບທຶນການສຶກສາຈາກລັດຖະບານຍີ່ປຸ່ນສຶກສາຕໍ່ໃນລະດັບປະລິນຍາໂທ, ມີພະນັກງານ, ຄູ-ອາຈານ ຈາກ ຄສບຈຳນວນ 5 ທ່ານ ເຂົ້າຮ່ວມກອງປະຊຸມແລກປ່ຽນທາງດ້ານວິຊາການ ໃນຊ່ວງເດືອນມິຖຸນາ 2025 ແລະທຸກໆປິຈະມີອາຈານຈາກ ມະຫາວິທະຍາໄລເທກຽວ ຈຳນວນ 1 ທ່ານມາແລກປ່ຽນວິຊາການຢູ່ ມຊ ແລະຕິດຕາມການຄັດເລືອກນັກສຶກສາເຂົ້າຮ່ວມໂຄງການ.

      ໃນການສືບຕໍ່ການລົງນາມການຮ່ວມມືໃນຄັ້ງນີ້ທັງສອງຝ່າຍຈະສືບຕໍ່ແລກປ່ຽນນັກສຶກສາ, ຊອກຫາແຫຼງທຶນເພື່ອດຳເນີນການຄົ້ນຄວ້າຮ່ວມກັນ ໂດຍຈະລົງເລິກໃນຂະແໜງການສຶກສາ, ເສດຖະກິດ, ວິທະຍາສາດສຸຂະພາບ ແລະອື່ນໆ ທີ່ຕິດພັນກັບການພັດທະນາແບບຍືນຍົງ ທີ່ມີການຮ່ວມຮອດປີ 2030.