Select your language

ໃນຕອນບ່າຍ ຂອງວັນທີ 18 ພະຈິກ 2025 ທ່ານ ວາງ ຢີລິນ ຮອງເຈົ້າຄອງນະຄອນຄຸນໝິງ  ສປ ຈີນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ທີ່ ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ເປັນກຽດຕ້ອນຮັບນຳໂດຍທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍ ທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື, ມີບັນດາພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

ການຢ້ຽມຢາມຂອງ ທ່ານ ວາງ ຢີລິນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ໄດ້ຮັບຊົມການວາງສະແດງຮູບພາບປະຫວັດຄວາມເປັນມາຂອງສະຖາບັນຂົງຈື ນັບແຕ່ມື້ສ້າງຕັ້ງຈົນຮອດປັດຈຸບັນ ທີ່ຫ້ອງປະຊຸມຂອງສະຖາບັນ, ການວາງສະແດງຜົນງານທາງດ້ານວິຊາການເຊັ່ນ: ປື້ມຕຳລາຮຽນພາສາຈີນ ແລະຫຼັກສູດພາສາຈີນໃນລະດັບປະລິນຍາຕີ, ຫຼັກສູດໄລຍະສັ້ນ; ການສາທິດການຊົງຊາ ແລະ ການສະແດງກູເຈິ່ງ ຂອງນັກສຶກສາ, ພ້ອມນັ້ນ ທ່ານ ວາງ ຢີລິນ ຍັງໄດ້ໂອ້ລົມຢື້ຢາມຖາມຂ່າວ ແລະສະແດງຄວາມເປັນຫ່ວງເປັນໃຍ ຕໍ່ກັບຄູ-ອາຈານ ອາສາສະໝັກຈາກ ສປ ຈີນ ທີ່ເຮັດວຽກ ແລະ ສິດສອນຢູ່ ສຂຈ.

ຫຼັງຈາກນັ້ນ, ທັງສອງຝ່າຍກໍໄດ້ມີການໂອ້ລົມ-ປຶກສາຫາລືການຮ່ວມມືກັນໃນອານາຄົດ ແລະ ຢ້ຽມຊົມການຮຽນ - ການສອນ ຂອງນັກສຶກສາຫຼັກສູດຄູພາສາຈີນອີກດ້ວຍ.

 

ຮູບພາບບັນຍາກາດ