ໃນວັນທີ 3 ທັນວາ 2025, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າຄະນະວິຊາ 3 ຄະນະວິຊາຄື: ຄະນະອັກສອນສາດ, ຄະນະສຶກສາສາດ ແລະຄະນະວິສະວະກຳສາດ ທີ່ສະໂມສອນໃຫຍ່ ມຊ, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານຮອງຜູ້ອຳນວຍການໃຫຍ່ ມຊ ພ້ອມດ້ວຍບັນດາທ່ານ ຄະນະບໍດີ-ຮອງຄະນະບໍດີ, ຫົວໜ້າຫ້ອງການ ແລະພະນັກງານ, ຄູ-ອາຈານກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີທ່ານ ປອ. ຊາຍຄຳ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະຄຸ້ມຄອງພະນັກງານ ມຊ ໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບ ເລກທີ 716/ນຍ, ລົງວັນທີ 24 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະວິຊາຄະນະອັກສອນສາດ ໂດຍແຕ່ງຕັ້ງທ່ານ ປອ. ນາງ ທອງມາລາ ໂພສີຄຳ ເປັນຫົວໜ້າຄະນະວິຊາ ຄະນະອັກສອນສາດ; ຜ່ານດຳລັດ ນາຍົກລັດຖະມົນຕີ ສະບັບເລກທີ 715/ນຍ, ລົງວັນທີ 24 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະວິຊາ ຄະນະສຶກສາສາດ ໂດຍແຕ່ງຕັ້ງ ທ່ານ ຄຳເຟຶອງ ລໍວັນໄຊ ເປັນຫົວໜ້າຄະນະວິຊາ ຄະນະສຶກສາສາດ ແລະຜ່ານດຳລັດ ນາຍົກລັດຖະມົນຕີ ສະບັບເລກທີ 714/ນຍ, ລົງວັນທີ 24 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ ໂດຍແຕ່ງຕັ້ງທ່ານ ຮສ. ປອ. ຄຳປະເສີດ ເທບວົງສາ ເປັນຫົວໜ້າຄະນະວິຊາ ຄະນະວິສະວະກຳສາດ.
ພ້ອມນັ້ນ, ໃນພິທີຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໂດຍທ່ານໄດ້ສະແດງຄວາມຍິນດີ ແລະຊົມເຊີຍ ຕໍ່ຜູ້ທີ່ໄດ້ຮັບຕຳແໜ່ງໃນຄັ້ງນີ້ ລ້ວນແຕ່ແມ່ນໝາກຜົນຂອງການປະຕິບັດວຽກງານຂອງບັນດາທ່ານທີ່ໄດ້ປະກອບສ່ວນທຸກວຽກງານຂອງ ມຊ ໂດຍຜ່ານການຄົ້ນຄວ້າເຫັນດີຈາກຂັ້ນເທິງ. ພ້ອມກຽວກັນນັ້ນບັນດາທ່ານຫົວໜ້າຄະນະວິຊາ ຈົ່ງເປັນແກ່ນຫຼັກໃຫ້ກັບພະນັກງານໂດຍສະເພາະແມ່ນດ້ານແນວຄິດຈິດໃຈ ແລະເນັ້ນການປະຕິບັດໜ້າທີ່ໃຫ້ມີປະສິດທິພາບ-ປະສິດທິຜົນກວ່າເກົ່າ, ສືບຕໍ່ໃນການພັດທະນາຫຼັກສູດ ການຮຽນ-ການສອນຂອງ ມຊ ໃຫ້ເຂັ້ມແຂງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການດ້ານຕະຫຼາດແຮງງານຂອງສັງຄົມ.