ພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຖາບັນການສຶກສາກະເສດນາບົງ-ຄະນະກະເສດສາດ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-11 ທັນວາ 2025 ທີ່ຄະນະກະເສດສາດ (ຄກສ) ມະຫາວິທະຍາໄລແຫ່ງຊາດ (ມຊ), ເຊິ່ງໄດ້ມີພິທີເປີດໃນວັນທີ 9 ທັນວາ 2025 ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຮສ. ປອ. ວັນນະພອນ ພຸດທະນາ ຫົວໜ້າຄະນະວິຊາ ຄກສ, ມີທ່ານຮອງຫົວໜ້າຄະນະວິຊາ, ມີຫົວໜ້າ ແລະຮອງພາກວິຊາ, ແຂກຖຶືກເຊີນທັງພາຍໃນ ແລະຕ່າງປະເທດ, ອະດີດພະນັກງານ, ຄູ-ອາຈານ ແລະນັກສຶກສາຄະນະດັ່ງກ່າວເຂົ້າຮ່ວມ.
ໃນພິທີ, ທ່ານ ຮສ. ປອ. ວັນນະພອນ ພຸດທະນາ ກໍໄດ້ຫວນຄືນປະຫວັດຄວາມເປັນມາແຕ່ອະດີດຮອດປັດຈຸບັນຂອງການສ້າງຕັ້ງ ສະຖາບັນການສຶກສາກະເສດນາບົງ-ຄະນະກະເສດສາດ ຄົບຮອບ 50 ປີ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ເມື່ອຫວນຄືນ 50 ປີກ່ອນໜ້ານີ້ ຄືວັນທີ 9 ທັນວາ 1975 ກະຊວງກະສິກໍາໄດ້ຕົກລົງຍົກຍ້າຍວິທະຍາໄລກະເສດວຽງຈັນ ເຊິ່ງຕັ້ງຢູ່ສະຖາບັນຄົ້ນຄວ້າກະສິກຳ-ປ່າໄມ້ ແລະພັດທະນາຊົນນະບົດ (ປັດຈຸບັນ) ມາຢູ່ທີ່ທົ່ງຮາບນາບົງ ແລະໃສ່ຊື່ວ່າ: ວິທະຍາໄລກະເສດສາດ ນາບົງ. ໃນນັ້ນມີນັກສຶກສາທີ່ສະໝັກເຂົ້າໄປຮຽນໃໝ່ປະມານ 300ຄົນ ທີ່ມາຈາກຫຼາຍພາກສ່ວນ ພ້ອມດ້ວຍນັກສຶກສາຮຸ່ນທີ 4 ແລະ 5 ຂອງວິທະຍາໄລກະເສດວຽງຈັນ, ປີ 1995 ລັດຖະບານໄດ້ຕົກລົງໃຫ້ກະຊວງສຶກສາເຕົ້າໂຮມເອົາບັນດາໂຮງຮຽນຊັ້ນສູງແຫ່ງຕ່າງໆມາໂຮມເຂົ້າກັນເພື່ອສ້າງເປັນມະຫາວິທະຍາໄລແຫ່ງຊາດ ແລະໂຮງຮຽນກະສິກໍາຊັ້ນສູງ ນາບົງ ພາຍໃຕ້ການຄຸ້ມຄອງຂອງກະຊວງກະສິກຳເປັນເວລາ 20 ປີ ກໍໄດ້ຖືກມອບໂອນໃຫ້ກະຊວງສຶກສາທິການພາຍໃຕ້ການຄຸ້ມຄອງຂອງມະຫາວິທະຍາໄລແຫ່ງຊາດ ແລະມີຊື່ວ່າ: ຄະນະກະເສດສາດ-ປ່າໄມ້ ເຊິ່ງພາລະກິດຂອງມະຫາວິທະຍາໄລແຫ່ງຊາດມີ 4 ໜ້າທີ່ຕົ້ນຕໍຄື: 1)ການຮຽນ-ການສອນ, 2) ການຄົ້ນຄວ້າວິທະຍາສາດ,3) ການບໍລິການວິຊາການ ແລະ4) ການສົ່ງເສີມວັດທະນະທໍາອັນດີງາມຂອງຊາດ ປີ 2.000 ຄະນະກະເສດສາດ-ປ່າໄມ້ ກໍໄດ້ແຍກອອກເປັນ 2 ຄະນະວິຊາຄື: ຄະນະກະເສດສາດ ແລະຄະນະວິທະຍາສາດປ່າໄມ້ ຕາມການຕົກລົງເຫັນດີຂອງລັດຖະມົນຕີວ່າການກະຊວງສຶກສາທິການ. ມາຮອດປີ 2025 ຄະນະກະເສດສາດໄດ້ສ້າງ ແລະເປີດຫຼັກສູດການຮຽນ-ການສອນທັງໝົດດັ່ງນີ້: ລະດັບຊັ້ນກາງມີ 5 ຫຼັກສູດຄື: ປູກຝັງ, ລ້ຽງສັດ ແລະສັດຕະວະແພດ, ປ່າໄມ້, ຊົນລະປະທານ ແລະກົນຈັກກະສິກໍາ; ລະດັບຊັ້ນສູງມີ 2 ຫຼັກສູດຄື: ປູກຝັງ ແລະລ້ຽງສັດ; ລະດັບປະລິນຍາຕີເຊື່ອມຕໍ່ມີ 2 ຫຼັກສູດຄື: ປູກຝັງ ແລະລ້ຽງສັດ; ລະດັບປະລິນຍາຕີຕໍ່ເນື່ອງມີ 2 ຫຼັກສູດຄື: ປູກຝັງ ແລະລ້ຽງສັດ; ລະດັບປະລິນຍາຕີມີ 6 ຫຼັກສູດຄື: ປູກຝັງ, ປ້ອງກັນພືດ, ລ້ຽງສັດ, ການປະມົງ, ສັດຕະວະແພດ ,ເສດຖະກິດກະສິກຳ ແລະເຕັກໂນໂລຊີອາຫານ; ລະດັບປະລິນຍາຕີຕໍ່ເນື່ອງມີ 2 ຫຼັກສູດຄື: ປູກຝັງ ແລະລ້ຽງສັດ; ລະດັບປະລິນຍາໂທມີ 6 ຫຼັກສູດຄື: ສາຂາການຄຸ້ມຄອງຊັບພະຍາກອນກະສິກຳແບບຍືນຍົງ, ວິທະຍາສາດການລ້ຽງສັດ 2 ຫຼັກສູດ, ວິທະຍາສາດການປູກຝັງ 2 ຫຼັກສູດ ແລະການພັດທະນາບໍລິເວນເຂື່ອນໄຟຟ້າພະລັງນໍ້າແບບຍືນຍົງ; ລະດັບປະລິນຍາເອກມີ 1 ຫຼັກສູດຄື: ສາຂາວິທະຍາສາດກະສິກໍາ ໄດ້ສ້າງບຸກຄະລາກອນອອກມາຮັບໃຊ້ສັງຄົມທັງໝົດ 10,065 ຄົນ, ຍິງ 3,239 ຄົນ .
ຄກສ ມີຜົນງານ ແລະການຄົ້ນຄວ້າທີ່ໂດດເດັ່ນ ໂດຍມີກນາສົມທົບກັບສະຖາບັນພາຍໃນປະເທດເຮັດການຄົ້ນຄວ້າໄດ້ຫຼາຍກວ່າ 60 ໂຄງການ ແລະໄດ້ເຮັດການຄົ້ນຄວ້າແລ້ວ 333 ຫົວຂໍ້, ຮ່ວມມືກັບສາກົນ ການເຮັດການຄົ້ນຄວ້າ 128 ຫົວຂໍ້, ຜ່ານການເຮັດວຽກງານຄົ້ນຄວ້າຢ່າງຕັ້ງໜ້າຈຶ່ງເຮັດໃຫ້ອາຈານຈໍານວນ 7 ທ່ານໄດ້ຮັບການຍ້ອງຍໍເປັນນັກຄົ້ນຄວ້າດີເດັ່ນລະດັບສາກົນ ແລະລະດັບມະຫາວິທະຍາໄລແຫ່ງຊາດໄດ້ແກ່: ທ່ານ ຮສ. ປອ. ອຸດົມ ພອນຄໍາເພັງ, ທ່ານ ຮສ. ປອ. ນາງ ສິລິນທອນ ສັກລໍຄໍາ, ທ່ານ ຮສ. ປອ. ວຽງສະກຸນ ນາປະເສີດ, ທ່ານ ຮສ. ປອ. ນາງ ມາລາວັນ ຈິດຕະວົງ, ທ່ານ ຮສ. ປອ. ນາງດາວວີ ກອງມະນີລາ, ທ່ານ ປອ. ນາງ ລໍາເພີຍ ແກ່ນສົມບັດ ແລະທ່ານ ປອ. ນາງ ພຸດທະສອນ ສີບຸນນະວົງ.
ໃນພິທີທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ກໍໄດ້ມີຄຳເຫັນຕໍ່ທີ່ປະຊຸມໂດຍທ່ານກ່າວວ່າ: ຕະຫຼອດໄລຍະທີ່ຜ່ານມາ ຄກສ ແມ່ນໄດ້ເອົາໃຈໃສ່ໃນການພັດທະນາບໍ່ວ່າເປັນວຽກງານການນຽນການສອນ, ການພັດທະນາຫຼັກສູດ ເພື່ອຕອບສະໜອງໄດ້ຄວາມຕ້ອງການຂອງຕະຫຼາດແຮງງານ, ມີຫຼາຍຜົນງານທີ່ພົ້ນເດັ່ນໂດຍສະເພາະກໍແມ່ນວຽກງານການຄົ້ນຄວ້າ ເຊິ່ງສະແດງໃຫ້ເຫັນໄດ້ໃນການຮ່ວມມືກັບສາກົນ ແລະມີອາຈານ ຫຼາຍທ່ານທີ່ນອກເໜືອຈາກການສິດສອນແລ້ວ ຍັງໄດ້ປະກອບສ່ວນດ້ານວິຊາການຊ່ວຍສັງຄົມ ໂດຍການເຂົ້າຮ່ວມເປັນວິທະຍາກອນໃນການຝຶກອົບຮົມໃນຫົວຂໍ້ຕ່າງໆ. ນອກນັ້ນ, ທ່ານຍັງໄດ້ເນັ້ນໃຫ້ພະນັກງານ, ຄູ-ອາຈານ ເອົາໃຈໃສ່-ສືບຕໍ່ສ້າງຄວາມເຂັ້ນແຂງໃນຫຼາຍດ້ານທີ່ສຳຄັນຄື: ວຽກງານການພັດທະນາດ້ານບຸດຄະລາກອນ, ເອົາໃຈໃສ່ຍົກສູງວຽກງານການຮຽນການສອນ ໃຫ້ທຽບເທົ່າພາກພື້ນຕາມແນວທາງຂອງສວິໄສທັດ ມຊ, ວຽກງານການຄົ້ນຄວ້າ ແລະ ບໍລິການວິຊາການ ສ້າງນັກຄົ້ນຄວ້າດີເດັ່ນໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ວຽກງານບໍລິຫານຄຸ້ມຄອງ, ພ້ອມທັງ ສືບຕໍ່ປັບປຸງພັດທະນາພື້ນຖານໂຄງລ່າງ ອາຄານຫ້ອງຮຽນ, ຫໍພັກນັກສຶກສາ ແລະສືບຕໍ່ຍາດແຍ່ງເອົາການຊ່ວຍເຫຼືອ, ການຮ່ວມມືຈາກຕ່າງປະເທດ ຂະຫຍາຍການພົວພັນກັບຕ່າງປະເທດໃຫ້ຫຼາຍຂຶ້ນເປັນຕົ້ນ.
ງານສະເຫຼີມສະຫຼອງດັ່ງກ່າວ ຈະໄດ້ຈັດຂຶ້ນເປັນໄລຍະເວລາ 3 ວັນ (ວັນທີ 9-11 ທັນວາ 2025) ເຊິ່ປະກອບມີກອງປະຊຸມວິຊາການໃນລະດັບສາກົນ, ງານພົບປະອະດີດນັກສຶກສາ, ການວາງສະແດງຜົນງານການຄົ້ນຄວ້າວິທະຍາສາດ, ການຈັດບູດນຳສະເໜີຜົນງານວິຊາການຂອງນັກສຶກສາ ແລະຫ້າງຮ້ານບໍລິສັດຕ່າງໆທີ່ເຂົ້າຮ່ວມ.