ວັນທີ 25-28 ພະຈິກ 2025 ຜ່ານມາ, ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມປະຊຸມປຶກສາລືການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າ ທີ່ ມະຫາວິທະຍາໄລຊົງວອນ (Songwon University), ສາທາລະນະລັດເກົາຫຼີ, ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ປອ. ຊອຍ ສູ ແທ (Dr. Choi Su Tae), ຜູ້ອໍານວຍການ ມະຫາວິທະຍາໄລຊົງວອນ ພ້ອມຄະນະ. ພາຍໃນກອງປະຊຸມ, ທັງສອງຝ່າຍໄດ້ແລກປ່ຽນບົດຮຽນ, ຂໍ້ສະດວກ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດການຮຽນ-ການສອນ ແລະ ການຄົ້ນຄວ້າ ພາຍໃນມະຫາວິທະຍາໄລຂອງຕົນ. ພ້ອມກັນນີ້, ຍັງໄດ້ປຶກສາຫາລືການຮ່ວມມືຫຼາຍດ້ານ, ໂດຍສະເພາະການຄົ້ນຄວ້າດ້ານຄວາມຕ້ອງການກໍາລັງແຮງງານໃນຂະແໜງການລົດໄຟໃນຕະຫຼາດແຮງງງານຂອງ ສປປ ລາວ ແລະ ສ. ເກົາຫຼີ, ການສ້າງຄວາມເຂັ້ມແຂງດ້ານການພັດທະນາຫຼັກສູດວິສະວະກໍາລົດໄຟໃຫ້ແກ່ພະນັກງານ-ອາຈານ ມະຫາວິທະຍາໄລແຫ່ງຊາດ, ການຍົກລະດັບຄຸນະພາບການຮຽນ-ການສອນ ແລະ ການສອບເສັງວັດລະດັບພາສາເກົາຫຼີ, ແລະ ການແລກປ່ຽນນັກສຶກສາ ລະຫວ່າງສອງມະຫາວິທະຍາໄລ.
ທ່ານ ສຈ. ປອ. ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອໍານວຍການໃຫຍ່ ມະຫາວິທະຍາໄລແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ທັດສະນະສຶກສາຫ້ອງປະຕິບັດການດ້ານວິສະວະກໍາລົດໄຟ ທີ່ ມະຫາວິທະຍາໄລຊອງວອນ, ການບໍລິຫານຈັດການລະບົບລາງລົດໄຟ ແລະ ການບໍລິການຜູ້ໂດຍສານ ທີ່ ສະຖານີລົດໄຟໃນເຂດກວາງຈູ (Gwangju). ນອກຈາກນີ້, ກໍໄດ້ຢ້ຽມຫ້ອງຮຽນທີ່ສອນພາສາເກົາຫຼີສໍາລັບນັກສຶກສາຕ່າງປະເທດ ແລະ ໂຮງຮຽນພອນສະຫວັນ-ມັດທະຍົມສຶກສາຊົງວອນ (Songwon Future Talent High School) ທີ່ເນັ້ນການຮຽນ-ການສອນລະດັບວິຊາຊີບທີ່ຕອບສະໜອງກັບຄວາມຕ້ອງການໃນຕະຫຼາດແຮງງານຕົວຈິງ.
ທັງສອງຝ່າຍຈະສືບຕໍ່ປະສານງານ ແລະ ຮ່ວມກັນຄົ້ນຄວ້າຮ່າງເນື້ອໃນສັນຍາການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລຊົງວອນ ເພື່ອເຮັດໃຫ້ການຮ່ວມມືດ້ານວິຊາການ ແລະ ການຄົ້ນຄວ້າປະກົດຜົນເປັນຈິງ.