ວັນທີ 11-20 ທັນວາ 2025 ທີ່ຜ່ານມາ, ສູນການຮ່ວມມື ແລະ ແລກປ່ຽນພາສາຈີນ-ຕ່າງປະເທດ, ກະຊວງສຶກສາທິການ ສປ ຈີນ ແລະ ມະຫາວິທະຍາໄລສ້າງຄູປັກກິ່ງ ໄດ້ຈັດຝຶກອົບຮົມຄູສອນພາສາຈີນສໍາລັບຄູທ້ອງຖິ່ນ ປະຈໍາປີ 2025 ທີ່ ປັກກິ່ງ ສປ ຈີນ ແລະ ການແຂ່ງຂັນແລກປ່ຽນທັກສະການສອນພາສາຈີນສາກົນໃນຮູບແບບ ບຸກຄົນ ແລະ ເປັນທີມ ໃນຫົວຂໍ້ "ຄູຕົວແບບສອນດີ-ສອນເດັ່ນພາສາຈີນ" ປະຈໍາປີ 2025 ຮອບຊິງຊະນະເລີດ. ມີຄູສອນພາສາຈີນ ຈໍານວນ 55 ທ່ານມາຈາກ 20 ກວ່າປະເທດຈາກອາຊີຕາເວັນອອກສຽງໃຕ້, ອາຊີກາງ, ອາຟຣິກາ ແລະ ອາເມລິກາລາຕິນ. ຮູບແບບເປັນທີມແມ່ນມີທີມມີຈໍານວນ 36 ທີມ ໂດຍຄັດເລືອກຈາກ 182 ທີມພາຍໃນ 140 ມະຫາວິທະຍາໄລ ແລະ ສະຖາບັນການສຶກສາຊັ້ນສູງທົ່ວປະເທດຂອງ ສປ ຈີນ ເຊິ່ງມີຄູສອນ,ນັກສຶກສາຈີນ ແລະ ນັກສຶກສາຕ່າງປະເທດຫຼາຍກວ່າ 950 ຄົນທີ່ມາຈາກ 39 ປະເທດເຂົ້າຮ່ວມໂຄງການແຂ່ງຂັນດັ່ງກ່າວ.
ໂຄງການນີ້ແມ່ນມີຄວາມຫມາຍຄວາມສໍາຄັນດ້ານວຽກງານການຮຽນການ-ສອນພາສາຈີນໃນທົ່ວໂລກ, ເປັນເວທີໃນການເພີ່ມທັກສະການຮຽນ-ການສອນພາສາຈີນ, ການນໍາໃຊ້ນະວັດຕະກໍາໃຫມ່ສໍາລັບຄູສອນພາສາຈີນສາກົນ, ການຮຽນຮູ້ ແລະ ສໍາຜັດວັດທະນະທໍາຈີນ, ທັງເປັນການແລກປ່ຽນຄວາມຮູ້ປະສົບການ ແລະ ການສ້າງເຄື່ອຂ່າຍປະສານງານ ວຽກງານການຮຽນ-ການສອນພາສາຈີນໃນທົ່ວໂລກ ແລະ ສໍາລັບການແຂ່ງຂັນທັກສະການສອນພາສາຈີນສາກົນ "ຄູຕົວແບບສອນດີ-ສອນເດັ່ນພາສາຈີນ"ພາຍໃຕ້ຫົວຂໍ້ "ຮ່ວມພະລັງຄວາມສາມາດໃນການສອນ ແລະ ໃຫ້ AI ນໍາທາງ". ການແຂ່ງຂັນມີທັງໝົດ 3 ລາງວັນຄື: ລາງວັນການອອກແບບການສອນດີເດັ່ນ, ລາງວັນການສະແດງການສອນດີເດັ່ນ ແລະ ລາງວັນສະໄຕ໌ການສອນດີເດັ່ນ ໂດຍແບ່ງເປັນໃນຮູບແບບບຸກຄົນ ແລະຮູບແບບເປັນທີມ.
ໃນທ້າຍເດືອນ ກັນຍາ ທ່ານ ປອ. ສີສະຫວາດ ພອນນະໄຊ ຜູ້ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນ “ຄູຕົວແບບສອນດີສອນເດັ່ນ” ໃນພາກພື້ນອາຊີອາຄະເນ ທີ່ປະເທດມາເລເຊຍ ເຊິ່ງໄດ້ໜຶ່ງໂກຕ້າຕາງໜ້າ ມະຫາວິທະຍາໄລແຫ່ງຊາດ, ຕາງໜ້າ ສປປ ລາວ ແລະ ຕາງໜ້າເຂດແຂ່ງຂັນອາຊີຕາເວັນອອກສຽງໃຕ້ ເຂົ້າແຂ່ງຂັນ ແລະ ທ່ານ ນາງ ມະນີສາຄອນ ທິບທິລາດ ທີ່ໄດ້ລາງວັນການອອກແບບສອນພາສາຈີນດີເດັ່ນໄດ້ເຂົ້າເປັນຜູ້ສັງເກດການເຂົ້າຮ່ວມໂຄງການດັ່ງກ່າວທີ່ປັກກິ່ງ.
ນອກຈາກນັ້ນການແຂ່ງຂັນປະເພດທີມທີ່ຄັດເລືອກພາຍໃນປະເທດຈີນ ທ້າວ ຍ່າ ນູປ້າວຫວາ ນັກສຶກສາຫຼັກສູດ 2+2 ສາຂາຄູພາສາຈີນຂອງສະຖາບັນຂົງຈື ທີ່ກໍາລັງສຶກສາປີ 3 ທີ່ມະຫາວິທະຍາໄລຊົນເຜົ່າກວາງຊີ ກໍເຂົ້າຮ່ວມແຂ່ງຂັນໃນນາມທີມມະຫາວິທະຍາໄລຊົນເຜົ່າກວາງຊີທີ່ເປັນ 1 ໃນ 36 ທີມທີ່ຜ່ານການຄັດເລືອກຈາກ 182 ທີມທົ່ວປະເທດຈີນ.
ວັນທີ 18-19 ແມ່ນການແຂ່ງຂັນຮອບຊິງຊະນະເລີດ ເຊິ່ງຜົນການແຂ່ງຂັນປະເພດບຸກຄົນແມ່ນ ທ່ານ ປອ. ສີສະຫວາດ ພອນນະໄຊ ໄດ້ຮັບລາງວັນ"ຄູຕົວແບບສອນດີ-ສອນເດັ່ນພາສາຈີນ" ສ່ວນປະເພດແຂ່ງເປັນທີມ ທີມມະຫາວິທະຍາໄລຊົນເຜົ່າກວາງຊີເຊິ່ງມີ ທ້າວ ຍ່າ ນູປ້າວຫວາ ກໍໄດ້ຮັບລາງວັນ “ຄູຕົວແບບສອນດີ-ສອນເດັ່ນພາສາຈີນ” ປະເພດທີມ.
ຜົນງານດັ່ງກ່າວບໍ່ວ່າ ທ່ານ ປອ. ສີສະຫວາດ ພອນນະໄຊ ໃນຖານະເປັນຄູສອນພາສາຈີນຜູ້ໜຶ່ງ ແລະ ທ້າວ ຍ່າ ນູປ້າວຫວາ ໃນນາມເປັນນັກສຶກສາສາຂາຄູພາສາຈີນຜູ້ໜຶ່ງ ຕ່າງກໍໄດ້ສ້າງຜົນງານອັນຫຍິ່ງໃຫຍ່ໃຫ້ການສຶກສາຂອງ ສປປ ລາວ ພວກເຮົາ, ໂດຍການສ້າງຊື່ສຽງຜ່ານການແຂ່ງຂັນຄັ້ງນີ້ໄດ້ເຮັດໃຫ້ສາກົນໄດ້ຮັບຮູ້ວ່າການສຶກສາຂອງ ສປປ ລາວ ພວກເຮົາກໍບໍ່ໄດ້ດ້ອຍໜ້າຊາດໃດ.
ສະຖາບັນຂົງຈືທີ່ມະຫາວິທະຍາໄລແຫ່ງຊາດຍາມໃດກໍໄດ້ຄວາມສໍາຄັນ ແລະ ສ້າງໂອກາດຕໍ່ການພັດທະນາຂອງພະນັກງານ-ຄູອາຈານ ແລະ ການສຶກສາຂອງນັກຮຽນ-ນັກສຶກສາພາສາຈີນ ເພື່ອສ້າງບຸກຄະລາກອນທີ່ດີ, ມີຄຸນນະພາບເຂົ້າໃນການພັດທະນາສັງຄົມ ໂດຍສະເພາະເປັນຂົວຕໍ່ສົ່ງເສີມສາຍສໍາພັນ ລາວ-ຈີນ ໃນການຈັດຕັ້ງປະຕິບັດຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ຄູຮ່ວມຊາຕາກໍາດຽວກັນ ລາວ-ຈີນ ຕາມທິດທາງ 4 ດີຄື: ບ້ານໃກ້ເຮືອນຄຽງທີ່ດີ ເພື່ອນທີ່ດີ ຄູຮ່ວມທີ່ດີ ແລະ ສະຫາຍທີ່ດີ.