Select your language

ງານຕະຫຼາດນັດນັກສຶກສາ ຄະນະເສດຖະສາດ ແລະບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຄັ້ງທີ 18 ຈະຈັດຂຶ້ນໃນລະຫວ່າງວັນທີ 22-26 ທັນວາ 2025 ທີ່ເດີນຈອດລົດຕໍ່ໜ້າ ຄສບ (ຕຶກເກົ່າ), ໂດຍມີພິທີເປີດຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 22 ທັນວາ 2025 ນີ້, ໂດຍການເຂົ້າຮ່ວມຂອງ ທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ພ້ອມດ້ວຍທ່ານຮອງຫົວໜ້າຄະນະວິຊາ ຄສບ, ແຂກຖືກເຊີນ, ພະນັກງານ, ຄູ-ອຈານ ແລະນ້ອງໆນັກສຶກສາເຂົ້າຮ່ວມ.

ງານຕະຫຼາດນັດນັກສຶກສາ ຄສບ ແມ່ນໜື່ງໃນກິດຈະກຳທາງດ້ານວິຊາການເພື່ອໃຫ້ນັກສຶກສາໄດ້ນຳໃຊ້ຄວາມຮູ້ທີ່ໄດ້ສຶກສາໃນພາກທິດສະດີ ມາໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງບໍ່ວ່າຈະເປັນທັກສະການບໍລິຫານ, ການເລີ່ມເປັນຜູ້ປະກອບການ, ຂະບວນການເຮັດວຽກ, ການບັນທຶກລາຍຮັບ-ລາຍຈ່າຍ ລວມເຖິງການເຮັດການຕະຫຼາດເພື່ອນຳສະເໜີຮ້ານຄ້າຂອງຕົນເອງ, ເຊິ່ງໃນປີນີ້ ມີຮ້ານຄ້ານັກສຶກສາ ແລະຫົວໜ່ວຍທຸລະກິດ ເຂົ້າຮ່ວມ 30 ຮ້ານ. ພ້ອມນັ້ນ ເພື່ອເຮັດການໃຫ້ການດຳເນີນກິດຈະກຳມີປະສິດທິພາບປະທິດຜົນຫຼາຍຂຶ້ນ ໃນແຕ່ລະມື້ຈະມີຄະນະກຳມະການ (ອາຈານຜູ້ຮັບຜິດຊອບ) ໄດ້ລົງກວດກາ ຕິດຕາມການເປີດຮ້ານຂອງນັກສຶກສາແຕ່ລະຫ້ອງເພື່ອປະເມີນ ແລະໃຫ້ຄະແນນ ອີກດ້ວຍ.