Select your language

ໃນຕອນບ່າຍ ວັນທີ 9 ມັງກອນ 2026 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບສູນຕ່າງໆໄປຂຶ້ນກັບພາກສ່ວນທີ່ກ່ຽວຂ້ອງ ທີ່ຫ້ອງປະຊຸມສະໂມສອນ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີບັນດາທ່ານຫົວໜ້າ ຄະນະວິຊາ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ, ຫົວໜ້າສູນ, ຫົວໜ້າສະຖາບັນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ເຂົ້າຮ່ວມ.

ໃນພິທີ, ທ່ານ ປອ. ຊາຍຄຳ ວັນນະໄຊ ຮອງຫົວໜ້າຫ້ອງການຈັດຕັ້ງ ແລະພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ມຊ ສະບັບເລກທີ 3437/ມຊ, ລົງວັນທີ 9 ກັນຍາ 2025 ວ່າດ້ວຍການຊັບຊ້ອນໂຄງປະກອບກົງຈັກການຈັດຕັ້ງຂອງ ມຊ, ໂດຍເຫັນດີຊັບຊ້ອນບັນດາສູນທີ່ສັງກັດຢູ່ສຳນັກງານອະທິການບໍດີ ໃຫ້ໄປຂຶ້ນກັບຫໍສະໝຸດກາງ ແລະຄະນະວິຊາໂດຍມີລາຍລະອຽດດັ່ງນີ້:

- ສູນສົ່ງເສີມວາລະສານວິຊາການ ແລະ ISSN ແລະສຸນຄົ້ນຄວ້າຈີນ ໄປຂຶ້ນກັບ ຫໍສະໝຸດກາງ;

- ສູນຄວາມເປັນເລີດດ້ານສິ່ງແວດລ້ອມ ໄປຂຶ້ນກັບຄະນະວິທະຍາສາດສິ່ງແວດລ້ອມ; ສູນຄວາມເປັນເລີດດ້ານຊີວະນາໆພັນ ໄປຂຶ້ນກັບ ຄະນະວິທະຍາສາດທຳມະຊາດ;

- ສູນຜູ້ປະກອບການ ແລະການຂົນສົ່ງ ໄປຂຶ້ນກັບ ຄະນະເສດຖະສາດ ແລະບໍລິຫານທຸລະກິດ;

- ສູນການສຶກສາຮຽນຮ່ວມ, ສູນຄີມເຊຈົງວຽງຈັນ ແລະສູນຝຣັ່ງໂກໂຟນ ໄປຂຶ້ນກັບ ຄະນະອັກສອນສາດ.

- ສ່ວນສູນຄົ້ນຄວ້າອາຊີ (KFAS) ແມ່ນໂຈະການເຄື່ອນໄຫວໃນທຸກຮູບແບບຊົ່ວຄາວ.

ພ້ອມນັ້ນ, ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສຈ. ປອ. ເດຊານຸລາດ ແສນດວງເດດ ໂດຍທ່ານກ່າວວ່າ: ໂດຍອີງຕາມການປັບປຸງປ່ຽນແປງກົງຈັກການຈັດຕັ້ງ ເພື່ອເຮັດໃຫ້ກົງຈັກການຈັດຕັ້ງມີຄວາມກະທັດຮັດ ແລະຮັບປະກັນໃຫ້ທຸກກິດຈະກຳການເຄື່ອນໄຫວມີປະສິດທິພາບ ແລະເຂັ້ມແຂງ, ພ້ອມທັງໄດ້ຮັບການຊີ້ນຳຈາກຂັ້ນກະຊວງໃຫ້ມີການຂຽນພາລະບົດບາດຄືນໃໝ່ ມຊ ດັ່ງນັ້ນຈຶ່ງໄດ້ມີການຊັບຊ້ອນບັນດາສູນຕ່າງໆທີ່ຂຶ້ນກັບສຳນັກງານອະທິການບໍດີ ມຊ ໄປຂຶ້ນກັບພາກສ່ວນໃໝ່ທີ່ກ່ຽວຂ້ອງ.