ໃນວັນທີ 21 ມັງກອນ 2026 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີມອບ-ຮັບທຶນການສຶກສາ ຈາກມູນນິທິມິດຊູບິຊິ ປະຈຳປີ 2026 (Mitsubishi UFJ Foundation Scholarship Awarding Ceremony 2026) ຂຶ້ນທີ່ ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ມຊ, ໂດຍການເຂົ້າຮ່ວມຂອງທ່ານ ຮສ. ປອ. ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ທ່ານ Takashi Oyamada, Chairman of Mitsubishi UFJ Foundation ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະນັກສຶກສາຜູ້ທີ່ໄດ້ຮັບທຶນເຂົ້າຮ່ວມ.
Mitsubishi UFJ Foundation Scholarship ໄດ້ເລີ່ມມອບທຶນການສຶກສາໃຫ້ແກ່ນັກສຶກສາ ມຊ ແຕ່ປີ 2015-2016 ເປັນຕົ້ນມາ, ມີນັກສຶກສາທີ່ໄດ້ຮັບທຶນການສຶກສາທັງໝົດ 185 ຄົນ, ທຶນການສຶກສາດັ່ງກ່າວ ແມ່ນເປັນອີກທຶນການສຶກສາພາຍໃນ ມຊ ທີ່ໄດ້ແບ່ງເບົາພາລະຂອງຄອບຄົວນັກສຶກສາ; ເຊິ່ງຜູ້ທີ່ໄດ້ຮັບທຶນ ທຸກຄົນແມ່ນໄດ້ນໍາໃຊ້ທຶນ ທີ່ໄດ້ຮັບໄປນຳໃຊ້ເຂົ້າໃນການສຶກສາຮໍ່າຮຽນຢ່າງມີປະສິດທິພາບ, ພ້ອມທັງເປັນການສົ່ງເສີມໃຫ້ເຂົາເຈົ້າໄດ້ມີໂອກາດເຂົ້າຮ່ວມໃນກິດຈະກຳຕ່າງໆທີ່ ມຊ ແລະພາກສ່ວນທີ່ກ່ຽວຂ້ອງຈັດຂຶ້ນ. ເຊິ່ງຂັ້ນ ແລະຮູບແບບການສະໝັກຂໍທຶນໃນແຕ່ລະປີ ແມ່ນໄດ້ມີການແຈ້ງຜ່ານທາງສື່ຂອງ ມຊ ແລະຄະນະວິຊາ ເພື່ອໃຫ້ນັກສຶກສາຜູ້ທີ່ມີຄວາມສົນໃຈສາມາດຂຽນຟອມສະໝັກທຶນດັ່ງກ່າວ.
ສຳລັບປີ 2026 ມີນັກສຶກສາທີ່ໄດ້ຮັບທຶນການສຶກສາທັງໝົດ 7 ຄົນ, ຍິງ 3 ຄົນ (ນັກສຶກສາ ຈາກຄະນະອັກສອນສາດ 4 ຄົນ, ຍິງ 1 ຄົນ; ຄະນະວິທະຍາສາດທຳມະຊາດ 2 ຄົນ, ຍິງ 1 ຄົນ; ຄະນະນິຕິສາດ ແລະລັດຖະສາດ 1 ຄົນ) ເຊິ່ງນັກສຶກສາຜູ້ໄດ້ຮັບທຶນດັ່ງກ່າວນີ້ ແມ່ນຜູ້ທີ່ມີຜົນການຮຽນດີ ໂດຍເຈົ້າຂອງທຶນເປັນຜູ້ຄັດເລືອກ ແລະດຳເນີນການເອງທຸກຂັ້ນຕອນ, ທຶນການສຶກສາທີ່ໄດ້ຮັບທຶນແມ່ນໄດ້ຮັບເປັນອັດຕາເບ້ຍລ້ຽງເດືອນລະ 2,500,000 ກີບ ຕໍ່ຄົນ ເພື່ອໝູນໃຊ້ເຂົ້າໃນການຊື້ອຸປະກອນການຮຽນ, ຄ່າໃຊ້ຈ່າຍປະຈຳວັນ ແລະອື່ນໆທີ່ມີຄວາມຈຳເປັນໃນຕະຫຼອດໄລຍະເວລາ 1 ປີ.