ໃນລະຫວ່າງວັນທີ 29--30 ມັງກອນ 2026 ທີ່ຜ່ານມາ, ກຸ່ມຊາວໜູ່ມວິທະຍາອາສາ ຄະນະວິທະຍາສາດທຳມະຊາດ (ຄວທ), ມະຫາວິທະຍາໄລແຫ່ງຊາດ (ມຊ) ພ້ອມດ້ວຍ ຄູ-ອາຈານ ແລະ ນັກສຶກສາ ຈຳນວນ 42 ຄົນ, ລົງເຄື່ອນໄຫວເຮັດກິດຈະກຳ ແລະເຜີຍແຜ່ຫຼັກສູດການຮຽນ-ການສອນຂອງ ຄວທ ທີ່ເມືອງໝື່ນ ແລະ ເມືອງຊະນະຄາມ, ແຂວງວຽງຈັນ ພາຍໃຕ້ຫົວຂໍ້ “ເຜີຍແຜ່ຄວາມຮູ້ ແລະ ແບ່ງປັນນໍ້າໃຈ”.
ຈຸດປະສົງຫຼັກຂອງການລົງເຄື່ອນໄຫວເຮັດກິດຈະກຳໃນຄັ້ງນີ້ ແມ່ນເພື່ອປູກຈິດສຳນຶກ ແລະ ສ້າງຄວາມເຂົ້າໃຈທີ່ຖືກຕ້ອງຕໍ່ກັບການຮຽນສາຍວິທະຍາສາດ ໂດຍທີມງານອາສາສະໝັກໄດ້ນຳເອົາຫ້ອງທົດລອງເຄື່ອນທີ່ ໄປໃຫ້ນ້ອງໆນັກຮຽນ ມສ.ນໍ້າເພີນ ແລະ ມສ.ນໍ້າກວນ ໄດ້ສຳຜັດ ແລະຮຽນຮູ້ການທົດລອງຕົວຈິງ ຜ່ານ 5 ກິດຈະກຳຫຼັກຄື: ຟີຊິກສາດ & ເຄມີສາດ, ຊີວະວິທະຍາ: ສຳຫຼວດສິ່ງມີຊີວິດ ແລະ ທຳມະຊາດຢ່າງໃກ້ຊິດ, ຄະນິດສາດ & ວິທະຍາສາດຄອມພິວເຕີ: ເຝິກທັກສະການຄິດວິເຄາະ ແລະ ເຕັກໂນໂລຊີທີ່ທັນສະໄໝ.
ນອກຈາກກິດຈະກຳວິຊາການ ຄະນະຊາວໜຸ່ມຍັງໄດ້ມອບອຸປະກອນການຮຽນ, ປື້ມແບບຮຽນ, ເຄື່ອງກິລາ, ເຄື່ອງນຸ່ງຫົ່ມ ແລະ ນ້ຳສີເພື່ອທາຫ້ອງຮຽນ ແລະລົງໄປຢ້ຽມຢາມ ໂຮງຮຽນປະຖົມສົມບູນ ດອນຮຽງ ເມືອງໝື່ນ ແຂວງວຽງຈັນ ເພື່ອປູກຝັງຄວາມຮັກໃນສິ່ງແວດລ້ອມໃຫ້ນ້ອງນ້ອຍຕັ້ງແຕ່ຍັງເຍົາໄວ. ບັນຍາກາດຂອງກິດຈະກຳໃນຄັ້ງນີ້ ເຕັມໄປດ້ວຍເບີກບານມ່ວນຊື່ນ ແລະໄດ້ຮັບຄວາມສົນໃຈຈາກນ້ອງໆນັກຮຽນມັດທະຍົມ ເຊິ່ງເປັນການຈຸດປະກາຍຄວາມຝັນ ໃຫ້ເຂົາເຈົາມີເປົ້າໝາຍຢາກຈະສອບເສັງເຂົ້າຮຽນຕໍ່ໃນລະດັບມະຫາວິທະຍາໄລ ຫຼື ສາຍວິຊາຊີບທີ່ກ່ຽວຂ້ອງກັບ ສາຍວິທະຍາສາດ.
ກິດຈະກຳຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກ: ບໍລິສັດ ລາວ ສະແຕນດາດ ຄອນໂທຣ ຈໍາກັດ, ບໍລິສັດ PK LAB CO.,LTD, ບໍລິສັດ ຈີໂອມາຍ ຄອນເຊົາທ໌ເທິນ ຈໍາກັດຜູ້ດຽວ, ບໍລິສັດ GEOX CONSULTANT SOLE CO.,LTD, ລັດວິສາຫະກິດໂຮງພິມສຶກສາ, ສຳນັກພີມ D book, ບໍລິສັດທີໂອເອ ເພັນ ປະເທດລາວຈໍາກັດຜູ້ດຽວ, ທ່ານ ສອນໄຊ ພົມມະຈິດ (ສິດເກົ່າພາກວິຊາຟີຊິກສາດ ຄວທ)