ໃນຕອນບ່າຍ ວັນທີ 06 ກຸມພາ 2026 ຜ່ານມານີ້, ມະຫາວິທະຍາໄລແຫ່ງຊາດ (ມຊ) ແລະ ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ຮ່ວມກັນຈັດກອງປະຊຸມ "ສະຫຼຸບວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ປີ 2025 ແລະ ວາງແຜນແບບມີສ່ວນຮ່ວມ ປີ 2026". ຂຶ້ນທີ່ຫ້ອງປະຊຸມ ສໍານັກງານຜູ້ອໍານວຍການໃຫຍ່ (ມຊ) ໂດຍການເປັນປະທານຮ່ວມ ຂອງ ທ່ານ ເປີ້ນ ອິນທະນໍ ຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ມຊ ແລະ ທ່ານ ດຣ. ຈັນທະລາ ສຸກສາຄອນ ຫົວໜ້າສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ. ມີບັນດາຄູອາຈານຈາກພາກສ່ວນຕ່າງໆຂອງ ມຊ ຜູ້ຮັບຜິດຊອບກິດຈະກຳ, ພ້ອມດ້ວຍພະນັກງານວິຊາການຈາກສະຖາບັນເລືອດແຫ່ງຊາດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອສັງຮວມການຈັດຕັ້ງປະຕິບັດວຽກງານໃນປີ 2025 ທີ່ຜ່ານມາ ແລະ ຮ່ວມກັນກຳນົດທິດທາງແຜນການໃນປີ 2026. ຈາກບົດລາຍງານຜົນການເຄື່ອນໄຫວໃນປີ 2024 ທີ່ຜ່ານມາ, ສາມາດເກັບເລືອດໄດ້ທັງໝົດ 36,853 ຖົງ, ເຊິ່ງຖືວ່າ ລື່ນແຜນການ ທີ່ວາງໄວ້ 36,000 ຖົງ. ສໍາລັບຢູ່ ມຊ, ໃນປີ 2025 ຜ່ານມາ ມີນັກສຶກສາ ແລະ ພະນັກງານເຂົ້າຮ່ວມບໍລິຈາກເລືອດທັງໝົດ 439 ເທື່ອຄົນ. ໂອກາກນີ້, ຄະນະປະທານໄດ້ເນັ້ນໜັກວ່າ ການບໍລິຈາກເລືອດມີຜົນດີຢ່າງຫຼວງຫຼາຍຕໍ່ທັງຜູ້ໃຫ້ ແລະ ຜູ້ຮັບ, ເພື່ອສ້າງແຮງຈຸງໃຈໃຫ້ສັງຄົມ; ໂດຍສະເພາະແມ່ນຊາວໜຸ່ມນັກສຶກສາ, ພວກເຮົາຕ້ອງຮ່ວມກັນປ່ຽນທັດສະນະຄະຕິຈາກຄວາມຢ້ານກົວ ໃຫ້ກາຍເປັນຄວາມເຂົ້າໃຈ ແລະ ເຫັນເຖິງຄວາມສຳຄັນຂອງການຊ່ວຍເຫຼືອສັງຄົມ.
ຕາມແຜນການ ປີ 2026-2030 ທີ່ປະຊຸມໄດ້ວາງຄາດໝາຍສູ້ຊົນ ໃຫ້ບັນລຸ 120,000 ຖົງ ໃນປີ 2030 ຕາມຄາດໝາຍທີ່ສະພາແຫ່ງຊາດຮັບຮອງ. ທັງນີ້ ກໍເພື່ອຮັບປະກັນການສະໜອງເລືອດໃຫ້ພຽງພໍ, ປອດໄພ ແລະ ທັນເວລາ ໃຫ້ໄດ້ໂດຍພື້ນຖານ. ພ້ອມກັນນີ້ ກໍຕ້ອງຂະຫຍາຍຕາໜ່າງການບໍລິການເລືອດ ລົງສູ່ຂັ້ນເມືອງ ແລະ ປັບປຸງນິຕິກຳທີ່ກ່ຽວຂ້ອງໃຫ້ເຂັ້ມແຂງ, ສຸມໃສ່ຍຸດທະສາດ KAP: ສ້າງຄວາມຮູ້ (Knowledge), ປ່ຽນທັດສະນະຄະຕິ (Attitude) ແລະ ນຳໄປສູ່ການປະຕິບັດຕົວຈິງ (Practice). ໂດຍທ່ານປະທານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ຈົ່ງເປັນເຈົ້າການໃນການປະສານສົມທົບ ແລະ ໂຄສະນາປຸກລະດົມຢ່າງກວ້າງຂວາງ ເພື່ອໃຫ້ວຽກງານບໍລິຈາກເລືອດກາຍເປັນພັນທະ ແລະ ຄວາມພາກພູມໃຈຂອງທົ່ວສັງຄົມ.